ວັນບຸນປື້ມ 2014 ຢູ່ຮ່າໂນ້ຍ

ວັນບຸນປື້ມ 2014 ຢູ່ຮ່າໂນ້ຍ - ảnh 1
(ພາບປະກອບ)

(vovworld) – ” ​ປື້​ມ - ແຕ່​ອະດີດຕະການ​ເຖິງ​ຍຸກປະຈຸ​ບັນ” ​ແມ່ນ​ຫົວ​ຂໍ້​ຂອງ​ວັນ​ບຸນປື້​ມປີ 2014 ​ເຊິ່ງຈະ​ຈັດ​ຕັ້ງ​​ແຕ່​ວັນ​ທີ 20-26/4, ຢູ່ຫໍສະໝຸດ​ແຫ່ງ​ຊາດ​ຫວຽດນາມ, ທີ່ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະໜອງ​ວັນ​ປື້​ມຫວຽດນາມ 21/4 ​ແລະ ວັນ​ປື້​ມ ​ແລະ ລິ​ຂະ​ສິດ​ໂລກ 23/4. ພາຍຫຼັງ 8 ປີ​ແຫ່ງ​ການ​ຜັນ​ຂະຫຍາຍນັບ​ແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ. ວັນ​ບຸນ​ປື້​ມ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ແບບຢ່າງ ​ແລະ ​ໄດ້​ຮັບ​ການ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່ຫໍພິພິດທະພັນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປຸກລະດົມທົ່ວ​ສັງຄົມ​ອ່ານ​ປື້​ມ.

 ງານ​ວາງສະ​ແດງ ”​ປື້​ມ - ແຕ່​ອະດີດຕະການ​ເຖິງ​ຍຸກປະຈຸ​ບັນ” ຈະ​ແນະນຳ​ເຖິງ​ມະຫາຊົນ​ກ່ຽວ​ກັບ ປະຫວັດຂອງເອກະສານ​​ຫວຽດນາມ ທີ່​ຂຽນ​ດ້ວຍ​ມື​ເທິງ​ໃບ​ໄມ້, ພິມ, ຄວັດ​​ເທິງ​ຫີນ, ​ໄມ້, ທອງ, ບັນດາ​ປື້​ມທີ່ພິມຈຳໜ່າຍ​ໃນ​ຍຸກ​ປະຈຸ​ບັນ, ປື້​ມທີ່​ໄດ້​ຮັບ​ລາງວັນ​ໂຮ່ຈີ​ມິນ ​ແລະ ລາງວັນ​ຂອງ​ສະມາຄົມ​ນັກ​ປະພັນ​ຫວຽດນາມ.

ຂ່າວ/ບົດ​ອື່ນ