ວັນບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ,ຊາວໜຸ່ມ,ນັກສຶກສາບັນດາແຂວງຕິດກັບເຂດຊາຍແດນຫວຽດນາມ - ກຳປູເຈຍ

(VOVWORLD) -ວັນບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ ຈະດຳເນີນຢູ່ແຂວງ ໄຕນິງ ແລະ ນະຄອນໂຮ່ຈີມິນ ໃນລະຫວ່າງວັນທີ 05 – 08 ພະຈິກ
ວັນບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ,ຊາວໜຸ່ມ,ນັກສຶກສາບັນດາແຂວງຕິດກັບເຂດຊາຍແດນຫວຽດນາມ - ກຳປູເຈຍ - ảnh 1 (ການປະຊຸມຂ່າວ)

ໂດຍມີການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາຢູ່ບັນດາແຂວງຕິດກັບເຂດຊາຍແດນລະຫວ່າງ 2 ປະເທດຫວຽດນາມ - ກຳປູເຈຍ.

        ວັນບຸນຈະດຳເນີນໄປດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ການປຸກຕົ້ນໄມ້ມິດຕະພາບ, ເປີດສະຫຼອງເດີນຫຼີ້ນ, ຢ້ຽມຊົມຮູບແບບເສດຖະກິດພົ້ນເດັ່ນຂອງບັນດາຊາວໜຸ່ມແຂວງ ໄຕນິງ, ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາລະຫວ່າງ 2 ປະເທດ….

        ວັນບຸນດັ່ງກ່າວຖືກດຳເນີນໄປເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ