ວັນບຸນພູມປັນຍາທຽມຫວຽດນາມ 2019

(VOVWORLD) -ພູມປັນຍາທຽມບໍ່ແມ່ນເລື່ອງລາວທາງວິທະຍາສາດອີກແລ້ວ, ຫາກແມ່ນບັນຫາເສດຖະກິດ - ສັງຄົມເພື່ອນຳຫວຽດນາມ ພັດທະນາ.

ວັນບຸນພູມປັນຍາທຽມຫວຽດນາມ 2019  - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູດຶກດາມ

(ພາບ: dantri.com.vn)

ວັນບຸນບັນຍາທຽມຫວຽດນາມ 2019 ດ້ວຍຫົວຂໍ້ວ່າ “ຍູ້ແຮງລະບົບຊີວະພາບພູມປັນຍາທຽມ” ເຊິ່ງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ສົມທົບກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ ຈັດຕັ້ງໃນວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ. ວັນບຸນດັ່ງກ່າວໄດ້ຮັບຄວາມຫັງວ່າຈະຊຸກຍູ້ການແຜ່ຂະຫຍາຍ ແລະ ພັດທະນາເຕັກໂນໂລຊີພູມປັນຍາທຽມ (AI) ໃຫ້ແກ່ຫວຽດນາມ, ຜ່ານການເຊື່ອມຕໍ່ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີ, start-up ເຖິງປະຊາຄົມ AI.

        ທີ່ວັນບຸນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູດຶກດາມ ເນັ້ນໜັກວ່າ: ພູມປັນຍາທຽມບໍ່ແມ່ນເລື່ອງລາວທາງວິທະຍາສາດອີກແລ້ວ, ຫາກແມ່ນບັນຫາເສດຖະກິດ - ສັງຄົມເພື່ອນຳຫວຽດນາມ ພັດທະນາ. ເນື້ອແທ້ຂອງ AI ແມ່ນພັດທະນາສັງຄົມໃຫ້ມີຄວາມປອດໄພ, ສີວິໄລ, ບັນດາໂຄງການນຳໃຊ້ AI ຄື: ນະຄອນອັດສະລິຍະ, ໜູນຊ່ວຍການເຄື່ອນຍ້າຍ, ຄວບຄຸມຄວາມໝັ້ນຄົງ… ຮັບໃຊ້ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ. ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ຮຽກຮ້ອງໃຫ້ບັນດາລຸ້ນໜຸ່ມ, ບັນດາວິສາຫະກິດຮ່ວມແຮງຮ່ວມໃຈກັນແກ້ໄຂບັນຫາທີ່ນັບມື້ນັບໃຫຍ່ຫຼວງກວ່າຂອງເຕັກໂນໂລຊີຢູ່ພາຍໃນປະເທດ. ປະຈຸບັນ, ຫວຽດນາມ ບໍ່ມີການເລືອກເຟັ້ນອື່ນນອກເໜືອກວ່າການຍູ້ແຮງການພັດທະນາພູມປັນຍາທຽມ ຍ້ອນຈຸດເລີ່ມຕົ້ນຂອງຫວຽດນາມ ພວມຢູ່ໃນລະດັບຕ່ຳ ແລະ AI ແມ່ນກາລະໂອກາດໃຫຍ່ເຊິ່ງຫວຽດນາມ ຕ້ອງໝູນໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ