ວັນ​ບຸນມອບ​ຂອງ​ຂວັນ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ: ເພີ່ມ​ທະ​ວີ​ການ​ລົງ​ພຶດ​ຕິ​ກຳ​ທີ່​ຈັບ​ອົກ​ຈັບ​ໃຈ​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວ

(VOVWORLD) - ວັນບຸນມອບຂອງຂວັນການທ່ອງທ່ຽວຮ່າໂນ້ຍ ປີ 2024 ດ້ວຍຫົວຂໍ້ “ຮ່າໂນ້ຍສະຖານທີ່ແຫ່ງຄວາມຮັກ - ຂອງຂວັນຮ່າໂນ້ຍ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 23 ສິງຫາ, ຢູ່ຖະໜົນຍ່າງ ເຈິ່ນເຍິນຕົງ (ເມືອງຮາຍບ່າຈຶງ, ຮ່າໂນ້ຍ).
ວັນ​ບຸນມອບ​ຂອງ​ຂວັນ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ: ເພີ່ມ​ທະ​ວີ​ການ​ລົງ​ພຶດ​ຕິ​ກຳ​ທີ່​ຈັບ​ອົກ​ຈັບ​ໃຈ​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວ - ảnh 1ວັນບຸນ ແມ່ນການເຄື່ອນໄຫວກະຕຸກຊຸກຍູ້ການທ່ອງທ່ຽວປະຈຳວັນ, ໂຄສະນາພາບພົດຂອງການທ່ອງທ່ຽວນະຄອນຫຼວງ ຮ່າໂນ້ຍ (ພາບ: TTXVN)

 

  ວັນບຸນ ແມ່ນການເຄື່ອນໄຫວກະຕຸກຊຸກຍູ້ການທ່ອງທ່ຽວປະຈຳວັນ, ໂຄສະນາພາບພົດຂອງການທ່ອງທ່ຽວນະຄອນເຊິ່ງແມ່ນສະຖານທີ່ທ່ອງທ່ຽວ “ປອດໄພ - ເປັນມິດ - ມີຄຸນນະພາບ - ດູດດື່ມໃຈ” ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຮ່າໂນ້ຍ ເນື່ອງໃນໂອກາດວັນຊາດ ຫວຽດນາມ ວັນທີ 2 ກັນນາ, ການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2024). ວັນບຸນແນະນຳ, ໂຄສະນາບັນດາຜະລິດຕະພັນຂອງຂວັນການທ່ອງທ່ຽວທີ່ມີເຄື່ອງໝາຍການຄ້າຫວຽດນາມ ໄປຍັງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ໃນ 3 ວັນດຳເນີນວັນບຸນ (23 – 25 ສິງຫາ), ມີຫຼາຍການເຄື່ອນໄຫວໄດ້ຮັບການຈັດຂຶ້ນ. ພົ້ນເດັ່ນແມ່ນສະຖານທີ່ແນະນຳ, ວາງສະແດງ, ໂຄສະນາລວມມີ: ສະຖານທີ່ແນະນຳຜະລິດຕະພັນຂອງຂວັນອາຫານການກິນ ຂອງ 36 ຖະໜົນເກົ່າ ຮ່າໂນ້ຍ…

ຕອບກັບ

ຂ່າວ/ບົດ​ອື່ນ