ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ລ່າວກາຍ

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ລ່າວກາຍ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຂົ້າ​ຮ່ວມ​ວັນ​ບຸນ​
ມະຫະສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ເຂດ​ຊຸມ​ຊົນ)

(vovworld) – ຕອນ​ເຊົ້າ​ວັນ​ທີ 13/11, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ວັນ​ບຸນ​ມະຫະສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ເຂດ​ຊຸມ​ຊົນ​ຕາ​ແສງ ​ເຮີ​ບ​ແທ່ງ, ນະຄອນ ລ່າວ​ກາຍ, ​ແຂວງ ລ່າວ​ກາຍ. ນະ​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ພໍ່​ແມ່​ປະຊາຊົນ 2 ບ້ານ​ຄວນ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ໜູນ​ໃຊ້​ຄວາມ​ກ້າວໜ້າ​ດ້ານວິທະຍາສາດ, ​ເລືອກ​ເຟັ້ນ​ແນ​ວພັນ​ທີ່​ດີ ​ເພື່​ອ​ເພີ່ມ​​ສະມັດ​ຕະພາບການ​ປູກຝັງ, ລ້ຽງສັດ, ຈາກ​ນັ້ນ ຍົກ​ສູງ​ລາຍ​ຮັບ​ ເພື່ອຫລຸດ​ພົ້ນອອກ​ຈາກ​ຄວາມ​ອຶດຫິວ​ທຸກ​ຍາກ ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່. ພິ​ເສດ ພໍ່​ແມ່​ປະຊາຊົນ ຄວນ​ຍູ້​ແຮງ​ຂະ​ບວນການ​ໜູນ​ຊ່ວຍ​ກັນ, ​ແບ່ງປັນ​ບົດຮຽນ​ໃນ​ການລ້ຽງສັດ ​ແລະ ປູກຝັງ.

 

ຂ່າວ/ບົດ​ອື່ນ