ວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -  ແລະ ກໍ່ໃນວັນດຽວກັນ, ທ່ານ ຫງວຽນຫືວຢູ້ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ເຂດຊຸມຊົນ ກາຕັງ - ເຄດ໋າ, ເທດສະບານ ລາວບ໋າວ, ເມືອງ ເຮື໋ອງຮ໋ວາ, ແຂວງ ກວາງຈີ້. 
ວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ທ້ອງຖິ່ນຕ່າງໆ - ảnh 1ທ່ານນາງ ດັ້ງທິງອັກທິ້ງ ທີ່ວັນບຸນ 

ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2017), ຕອນບ່າຍວັນທີ 12 ພະຈິກ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ລົງເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ ເຂດຊຸມຊົນ 3, ຕາແສງ 6, ເມືອງ 4, ນະຄອນ ໂຮ່ຈີມີນ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບຈຳນວນເງິນ 50 ລ້ານດົ່ງໃຫ້ກອງທຶນເພື່ອຄົນທຸກຍາກເມືອງ 4; ມອບທຶນການສຶກສາ 30 ທຶນໃຫ້ນັກຮຽນ ແລະ ຂອງຂວັນ 20 ພູດ ໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ.

        ແລະ ກໍ່ໃນວັນດຽວກັນ, ທ່ານ ຫງວຽນຫືວຢູ້ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ເຂດຊຸມຊົນ ກາຕັງ - ເຄດ໋າ, ເທດສະບານ ລາວບ໋າວ, ເມືອງ ເຮື໋ອງຮ໋ວາ, ແຂວງ ກວາງຈີ້. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຫືວຢູ້ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊີ້ແຈ້ງວ່າ:

        “ທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍ ແລະ ມີບັນດາມາດຕະການທີ່ມີປະສິດທິຜົນ ເພື່ອປະຕິບັດການຂົນຂວາຍທົ່ວປວງຊົນກໍ່ສ້າງຊີວິດວັດທະນະທຳໃໝ່, ປະຕິບັດການຂົນຂວາຍສາມັກຄີກໍ່ສ້າງຊົນນະບົດໃໝ່ ຕົວເມືອງສີວິໄລ. ສືບຕໍ່ປະຕິບັດການແຮກສ່ຽວກັບບ້ານ ແດນສະຫວັນ (ສປປ ລາວ) ເປັນຢ່າງດີ, ປະກອບສ່ວນຮັກສາເຂດຊາຍແດນສັນຕິພາບ, ມິດຕະພາບ.”

ຕອບກັບ

ຂ່າວ/ບົດ​ອື່ນ