ວັນບຸນລະດູບານໃຫມ່ແຫ່ງຄວາມຮັກແພງ

ວັນບຸນລະດູບານໃຫມ່ແຫ່ງຄວາມຮັກແພງ - ảnh 1
ຊາວ​ຫນຸ່ມ​ຫໍ່​ເຂົ້າ​ຕົ້ມ​ມອບ​ໃຫ້​ຜູ້​ທຸກ​ຍາກ
ພາບ:thanhnien.com.vn

 (vovworld)- ວັນ​ທີ 8/2, ສະ​ຫະ​ພັນ​ຊາວ​ຫນຸ່ມ ຫວຽດ​ນາມ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ວັນ​ບຸນ​ລະ​ດູ​ບານ​ໃຫມ່​ແຫ່ງ​ຄວາມ​ຮັກ​ແພງ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ ຊື່ງ​ສະ​ຫງວນ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຄົນ​ພິ​ການ. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງ​ຂວັນບຸນ​ເຕັດ 300 ພູດ​ໃຫ້​ແກ່​ຊາວ​ຫນຸ່ມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຊາວ​ຫນຸ່ມ​ພິ​ການ. ຄຽງ​ຂ້າງນັ້ນ ວັນ​ບຸນ​ຍັງ​ຈັດ​ຕັ້ງ​ຫລາຍ​ເຫດ​ການ​ມີ​ຄວາມ​ໝາຍ​ຄື: ຫໍ່​ເຂົ້າ​ຕົ້ມມອບ​ໃຫ້​ປະ​ຊາ​ຊົນ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ; ແລະ ​ເຂດຂາຍ​ສິນຄ້າສ້າງກອງ​ທຶນ​ຫນູນ​ຊ່ວຍ​ຜູ້​ທຸກ​ຍາກ.

 

ຂ່າວ/ບົດ​ອື່ນ