ວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເຂດຊາວຊົນເຜົ່າຂະແມ

ພາຍ​ໃຕ້​ຫົວ​ຂໍ້​ວ່າ: ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ເຂດ​ຊາວຊົນ​ເຜົ່າ​ຂະ​ແມທາງ​ພາກ​ໃຕ້​ຫວຽດນາມ - ການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ເຂດຊາວ​ຊົນ​ເຜົ່າ​ຂະ​ແມ​ຄັ້ງ​ທີ 5 ຖືກ​ຈັດ​ຂຶ້ນ​ຢູ່​ ຕີ້​ງບຽນ ​ແຂວງ ອານ​ຢາງ ​ແມ່ນ​ເຫດການ​ວັດທະນະທຳ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ, ພິ​ເສດ​ທີ່​ມີ​ຕໍ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປຊຊ ຊົນ​ເຜົ່າ​ຂະ​ແມ. ພາຍຫລັງ​ດຳ​ເນີນ​ໄປມາ​ເປັນ​ເວລາ 4 ວັນ​ນັ້ນ, ວັນ​ບຸ​ນດັ່ງ​ກ່າວ​ແມ່ນ​ໂອກາດ​ໂຄສະນາ​, ​ເຊີດ​ຊູ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວົງ​ຄະນາ​ຍາດ​ຊາວ​ຊົນ​ເຜົ່າ​ຂະ​ແມ​ທີ່​ມີ​ຕໍ່ທົ່ວ​ປະ​ເທດ​ກໍ​ຄືນັກ​ທ່ອງ​ທ່ຽວ​ສາກົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ສຳລັບ​ການ​ອະນຸລັກ​ຮັກສາ, ພັດທະນາ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ປຊຊ ຊົນ​ເຜົ່າ​ຂະ​ແມ. ທ່ານ​ຫງວຽນ​ວັນ​ເຕີ​ນ ຫົວຫນ້າ​ອົງການ​ຜູ້ຕາງຫນ້າ​ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ປະຈຳ​ນະຄອນ ​ໂຮ່ຈີ​ມີນ, ຮອງ​ຫົວຫນ້າ​ຄະນະ​ປະຈຳ ຄະນະ​ຈັດ​ຕັ້ງ​ວັນ​ບຸນ​ໃຫ້​ຮູ້​ວ່າ:

ນີ້​ແມ່ນ​ເຫດການ​ບໍ່​ພຽງ​ແຕ່ມີ​ຄວາມ​ໝາຍ​ທາງ​ດ້ານ​ວັດທະນະທຳ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນປການປະສານສົມທົບລະ ຫວ່າງວັດທະນະທຳ, ການ​ເມືອງ, ຕອບ​ສະຫນອງ​ຄວາມ​ມູ້​ງມາດ​ປາດ​ຖະຫນາ​ຂອງ ປຊຊ ຊົນ​ເຜົ່າ​ຂະ​ແມ. ຜ່ານ​ເຫດການ​ນີ້​ພວກ​ຂ້າພະ​ເຈົ້າ​ຢາກ​ເຊີດ​ຊູ​ສີສັນ​ວັດທະນະທຳ​ຂະ​ແມ,ສີສັນ​ວັດທະນະທຳ​ຫວຽດນາມ ​ແມ່ນ​ຫລາຍ​ຮູບ​ຫລາຍ​ແບບ.“

ຕອບກັບ

ຂ່າວ/ບົດ​ອື່ນ