ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຕາເວັນອອກສ່ຽງເໜືອ 2012

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຕາເວັນອອກສ່ຽງເໜືອ 2012 - ảnh 1
(ພາບປະກອບ)

(vovworld) -     ວັນບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວບັນດາ​ເຜົ່າ​ເຂດຕາເວັນ​ອອກສ່ຽງ​ເໜືອຫວຽດນາມ ຄັ້ງ​ທີ 8 ປີ 2012 ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 27 – 30/9 ຢູ່​ແຂວງ Tuyen Quang, ຂອງຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ​​ໃນຕອນ​ເຊົ້າ​ວັນ​ທີ 18/9 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງໃຫ້​ຮູ້​ວ່າ ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວບັນດາ​ເຜົ່າ​ເຂດຕາເວັນ​ອອກສ່ຽງ​ເໜືອ 2012 ຄັ້ງ​ທີ 8 ປີ 2012 ​ໄດ້​ຮັບ​ການ​ດຳ​ເນີນ​ພ້ອມ​ກັບສັບປະ​ດາວັດທະນະທຳ, ທ່ອງ​ທ່ຽວ ​ແຂວງ Tuyen Quang ປີ 2012 ​ແມ່ນ​​​ເຫດການ​ວັດທະນະທຳ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່. ວັນ​ບຸນ​ເພື່ອ​ແນ​ໃສ່​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ​ເຊີດ​ຊູ​ສີສັນ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ເຂດຕາ​ເວັນ​ອອກ​ສ່ຽງເໜືອ, ສຶກສາ​ມູນ​ເຊື້ອ​ຮັກສາ​ດ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ​ນາງ Vu Thi Bich Viet, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Tuyen Quang, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຂດຕາ​ເວັນ​ອອກ​ສ່ຽງເໜືອ​ໃຫ້​ຮູ້​ວ່າ.

“​ໃນ​ວັນ​ບຸນ​ພວກ​ຂ້າພ​ເຈົ້າ​ຈັດ​ຕັ້ງ​ພິທີ​ຖະຫວາ​ບທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນັກຮົບ​ທີ່​​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ​​​ໃນ​ເວລາຜ່ານ​ມາທັງ​ເຂດ​ປອດ​ໄພ Thai Nguyen ​ແລະ ​ເຂດ​ປອດ​ໄພ Tuyen Quang ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ເຂດ​ປູ​ຊະ​ນີຍະສະ​ຖານ​ປະຫວັດສາດແຫ່ງ​ຊາດ​ພິ​ເສດຈາກ​ລັດຖະບານ, ​ເພາະສະ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ຕັ້ງ​ຊື່​​ຫົວ​ຂໍ້​ວັນ​ບຸນ​ແມ່ນ: ເຂດ​ຕາ​ເວັນ​ອອກ​ສ່ຽງເໜືອ - ​ດິນ​ແດນ​​ແຫ່ງ​ສັກກະ​ລະບຸ​ຊາທີ່ສວຍ​ງາມ. ກ່ຽວ​ກັບຂັ້ນຕອນຈັດງານບຸນ​ໄດ້ມີ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ງານ​ມະ​ໂຫລານ​ສິລະ​ປະ​ມະຫາຊົນ, ງານ​ວາງສະ​ແດງ​ຮູບ, ​ແນະນຳອາຫານ​ການ​ກິນ, ງານ​ແຂ່ງ​ຂັນ​ຫໍ່ເຂົ້າ​ຕົ້ມ… ການສະ​ແດງ​ຊຸດ​ອາພອນ​ຂອງ​ບັນດາ​ແຂວງ​ທີ່​ເຂົ້າ​ຮ່ວມວັນບຸນ ພ້ອມ​ກັບ​ການ​ປະກວດນາງງາມແຂວງ Tuyen Quang​ ​ແລະ ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງອີກຫຼາຍຢ່າງ.”

ວັນບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ຕາ​ເວັນ​ອອກ​ສ່ຽງເໜືອ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ແຂວງ​ໃນ​ເຂດ​ຄື: Tuyen Quang, Bac Kan, Ha Giang, Lang Son, Thai Nguyen, Quang Ninh, Phu Tho ​ແລະ ​ແຂກ​ຖືກ​ເຊີນ​ແມ່ນ​ແຂວງ Vinh Phuc.

ຂ່າວ/ບົດ​ອື່ນ