ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ມົ້ງ​ຄັ້ງ​ທີ III ຈະ​ດຳ​ເນີນ​ຢູ່​ແຂວງ ລາຍ​ເຈົາ

(VOVWORLD) -ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າມົ້ງ/ ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ”, ວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຄາດວ່າຈະມີການເຄື່ອນໄຫວຫຼາຍຢ່າງກ່ຽວກັບ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຊົນເຜົ່າມົ້ງ.
ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ມົ້ງ​ຄັ້ງ​ທີ III ຈະ​ດຳ​ເນີນ​ຢູ່​ແຂວງ ລາຍ​ເຈົາ - ảnh 1ພາບປະກອບ: TTXVN

ຄາດວ່າວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຈະດຳເນີນໃນເດືອນກັນຍາ 2021 ຢູ່ນະຄອນລາຍເຈົາ, ແຂວງລາຍເຈົາ ໂດຍມີການເຂົ້າຮ່ວມຂອງ 14 ແຂວງຄື: ລາຍເຈົາ, ທາຍງວຽນ, ລາງເຊີນ, ກາວບັງ, ບັກການ, ເຊີນລາ, ດຽນບຽນ, ເງະອານ, ແທັງຮວາ, ຮວາບິງ, ຕວຽນກວາງ, ຮາຢາງ, ອຽນບາຍ ແລະ ດັກລັກ.

ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າມົ້ງ/ ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ”, ວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຄາດວ່າຈະມີການເຄື່ອນໄຫວຫຼາຍຢ່າງກ່ຽວກັບ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຊົນເຜົ່າມົ້ງ.

ໄປຄຽງຄູ່ກັນນັ້ນ, ຍັງມີການເຄື່ອນໄຫວຈຳນວນໜຶ່ງ ນອນໃນຂອບເຂດວັນບຸນຂອງແຂວງລາຍເຈົາ ຄື: ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ແຂວງລາຍເຈົາໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ