ວັນບຸນວັດທະນະທຳບັນດາຊົນເຜົ່າໄດ້ຈັດຂຶ້ນຢ່າງຟົດຟື້ນ

(VOVWORLD) - ຕອນຄ່ຳວັນດຽວກັນ, ຢູ່ເຂດໝູ່ບ້ານຫັດຖະກຳ bon  N’Jrieng, ຕາແສງ ດັກເນຍ, ຄະນະກຳມະການປະຊາຊົນ ນະຄອນ ຢາເຫງັຍ (ແຂວງ ດັກນົງ), ໄດ້ໄຂງານບຸນລະດູບານໃໝ່ ລຽງນຸງ ປີ 2024.
ວັນບຸນວັດທະນະທຳບັນດາຊົນເຜົ່າໄດ້ຈັດຂຶ້ນຢ່າງຟົດຟື້ນ - ảnh 1ການສະແດງສິລະປະທີ່ລາຍການ
(ພາບ:Trung Kiên/TTXVN)

ຕອນຄ່ຳວັນທີ 19 ກຸມພາ, ມີການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງທີ່ໄດ້ຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແລະ ແຂວງ ດັກນົງ. ຢູ່ສະໜາມກິລາ ຕາແສງ ຟິ່ນໂຮ່, ເມືອງ ນ້ຳໂປ່ (ແຂວງ ດ້ຽນບຽນ), ພິທີໄຂ “ວັນບຸນວັດທະນະທຳບັນດາເຜົ່າຄັ້ງທີ II, ປີ 2024” ໄດ້ດຳເນີນໄປດ້ວຍຫຼາຍການເຄື່ອນໄຫວທີ່ຟົດຟື້ນ. ເຂົ້າຮ່ວມງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວວັດທະນະທຳ, ກິລາຊົນເຜົ່າທີ່ອຸດົມສົມບູນ, ດຶງດູດໃຈ, ຄື: ການເຄື່ອນໄຫວເຂົ້າຮ່ວມ, ປຸງແຕ່ງ ແລະ ຊິມອາຫານ, ບັນດາການເຄື່ອນໄຫວ ກິລາ, ການລະຫຼິ້ນພື້ນເມືອງ, ງານມະໂຫລານສິລະປະມະຫາຊົນ; ພິເສດ, ລາຍການສິລະປະດ້ວຍຫົວຂໍ້ “ສີສັນລະດູບານໃໝ່ຢູ່ເຂດຊາຍແດນ”.

        ຕອນຄ່ຳວັນດຽວກັນ, ຢູ່ເຂດໝູ່ບ້ານຫັດຖະກຳ bon  N’Jrieng, ຕາແສງ ດັກເນຍ, ຄະນະກຳມະການປະຊາຊົນ ນະຄອນ ຢາເຫງັຍ (ແຂວງ ດັກນົງ), ໄດ້ໄຂງານບຸນລະດູບານໃໝ່ ລຽງນຸງ ປີ 2024. ງານບຸນນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18 – 20 ກຸມພາ ແລະ ມີການເຂົ້າຮ່ວມຂອງນັກສິລະປະກອນ, ນັກສະແດງກ່ວາ 400 ຄົນທີ່ມາຈາກບັນດາຕາແສງຂອງນະຄອນ ຢາເຫງັຍ…

ຕອບກັບ

ຂ່າວ/ບົດ​ອື່ນ