ວັນບຸນວັດທະນະທຳມິດຕະພາບ "ສີສັນ ອາຊຽນ" ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບ

(VOVWORLD) - ທີ່ລາຍການໄດ້ຈັດບັນດາການສະແດງຊຸດອາພອມປະຈຳຊາດຂອງບັນດາປະເທດ ອາຊຽນ, ຈັດຮ້ານວາງສະແດງປະດິດຄິດສ້າງ ຫວຽດນາມ 57 ຮ້ານ.
ວັນບຸນວັດທະນະທຳມິດຕະພາບ ວັນບຸນວັດທະນະທຳມິດຕະພາບ "ສີສັນ ອາຊຽນ"
(ພາບ: thoidai.com.vn)

        ວັນບຸນວັດທະນະທຳມິດຕະພາບ "ສີສັນ ອາຊຽນ" ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 30 ສິງຫາ, ຢູ່ ຮ່າໂນ້ຍ, ວັນບຸນໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ, ສົມທົບກັບສະຖານທູດ ລາວ (ປະເທດປະທານ ອາຊຽນ 2024) ແລະ ບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈັດຂຶ້ນ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນແມ້ງກວ່ຽນ, ໄດ້ຢືນຢັນການຮ່ວມມືມິດຕະພາບ ແລະ ການເຊື່ອມຕໍ່ພາກພື້ນໃນຂອບເຂດ ອາຊຽນ ສືບຕໍ່ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນໃນນະໂຍບາຍພົວພັນຕ່າງປະເທດທີ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນສ້າງ ອາຊຽນ ໃຫ້ນັບມື້ນັບສະໜິດຕິດພັນ ແລະ ເຂັ້ມແຂງກວ່າ, ນຳການພົວພັນຮ່ວມມືມິດຕະພາບກັບບັນດາປະເທດສະມາຊິກໃຫ້ນັບມື້ນັບໝັ້ນຄົງໜັກແໜ້ນ ແລະ ມີປະສິດທິຜົນ.

        ທີ່ລາຍການໄດ້ຈັດບັນດາການສະແດງຊຸດອາພອມປະຈຳຊາດຂອງບັນດາປະເທດ ອາຊຽນ, ຈັດຮ້ານວາງສະແດງປະດິດຄິດສ້າງ ຫວຽດນາມ 57 ຮ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ