ວັນບຸນວັດທະນະທຳສັນຕິພາບ - ເຊີດຊູພົນລະເມືອງກິຕິມະສັກນະຄອນຫຼວງ

ວັນບຸນວັດທະນະທຳສັນຕິພາບ - ເຊີດຊູພົນລະເມືອງກິຕິມະສັກນະຄອນຫຼວງ - ảnh 1
ມີປະມານ 2000 ຄົນໄດ້ເຂົ້າຮ່ວມວັນ​ບຸນ​ວັດທະນະທຳ​ສັນຕິພາບ

(vovworld)- ຕອນ​ເຊົ້າ​ວັນ​ທີ 12/10, ຢູ່​ອະນຸສາວະລີ ຫຼີທ້າຍ​ໂຕ-ຮ່າ​ໂນ້ຍ, ​ໄດ້​ຈັດ“ ວັນ​ບຸນ​ວັດທະນະທຳ​ສັນຕິພາບ ຊຶ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ​ຮ່າ​ໂນ້ຍ (ວັນ​ທີ10/10/1954 – 10/10/2014) ​ແລະ 15 ປີ​ແຫ່ງວັນ​ນະຄອນຫຼວງ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ UNESCO ວ່າ​ແມ່ນ “ ນະຄອນ​ເພື່ອ​ສັນຕິພາບ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຫງວຽນ​ເທ້ຖາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

“ ​ເນື່ອງ​ໃນ​ໂອກາດ​ນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​​ເຖິງ​ເພື່ອນມິດສາ​ກົນສານ​ກ່ຽວ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ​ນັບ​ພັນ​ປີ​ແຫ່ງ​ອະລິຍະ​ທຳ, ນະຄອນ​ເພື່ອ​ສັນຕິພາບ, ກ່ຽວ​ກັບຊາວ​ທັງ​ລອງ-ຮ່າ​ໂນ້ຍທີ່​ສຸພາບ​ຮຽບຮ້ອຍ ​ແລະ  ຮ່າ​ໂນ້ຍທີ່ຂະຫຍັນ​ຂັນ​ເຄື່ອນຊຶ່ງ​ພວມ​ຢູ່​ໃນ​ທ່າ​ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ຮ່ວມ​ເດີນທາງ​ບົນ​ເສັ້ນທາງ​ສ້າງສັນຕິພາບ​ທີ່​ຍືນ​ຍົງ ”

   ທີ່​ພິທີ​ດັ່ງກ່າວ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ​ໄດ້​ມອບ​ນາມ​ມະ​ຍົດ​ພົນລະ​ເມືອງ​ກິ​ຕິ​ມະ​ສັກ ​ນະຄອນຫຼວງ​ຮ່າ​ໂນ້ຍ​ໃຫ້​ແກ່​ຊາວ​ຕ່າງປະ​ເທດ 12 ຄົນ​ຍ້ອນ​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ ​ນະຄອນຫຼວງ​ຮ່າ​ໂນ້ຍ​ໃນ​ຫຼາຍ​ຂົງ​ເຂດ ”. 

ຂ່າວ/ບົດ​ອື່ນ