ວັນບຸນວັດທະນະທຳສາສະໜາພຸດ ອິນເດຍ ຢູ່ ຫວຽດນາມ ຄັ້ງທີ 2 ປີ 2017

ວັນບຸນວັດທະນະທຳສາສະໜາພຸດ ອິນເດຍ ຢູ່ ຫວຽດນາມ ຄັ້ງທີ 2 ປີ 2017 - ảnh 1
ວັນ​ບຸນ​ວັດທະນະທຳ​ສາສະໜາ​ພຸດ ອິນ​ເດຍ ຢູ່ ຫວຽດນາມ ຄັ້ງ​ທີ 2 ປີ 2017
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 16/03 ວັນ​ບຸນ​ວັດທະນະທຳ​ສາສະໜາ​ພຸດ ອິນ​ເດຍ ຢູ່ ຫວຽດນາມ ຄັ້ງ​ທີ 2 ປີ 2017 ຖືກ​​ໄຂ​ຂຶ້ນ​ຢູ່​ວັດ ທຽນ​ເອີນ (​ເມືອງ ຕາມ​ດາວ, ​ແຂວງ ຫວີງ​ຟຸກ) ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ (07/01/1972 – 07/01/2017) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ (2007 - 2017). ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໂດຍ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ, ສະມາຄົມພຸດທະ​ສາສະໜາ ຫວຽດນາມ ສົມທົບ​ກັບ​ສະຖານທູດ ອິນ​ເດຍ ປະຈຳ ຮ່າ​ໂນ​້ຍ ຈັດ​ຕັ້ງ. ກ່າວ​ງຄຳ​ເຫັນ​​ໄຂພິທີ, ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ຢືນຢັນ​ວ່າ:

        “ວັນ​ບຸນ​ວັດທະນະທຳ​ສາສະໜາ​ພຸດ ອິນ​ເດຍ ຄັ້ງ​ທີ 2 ​ໄດ້​ດຳ​ເນີນ​​ໄປດ້ວຍຫລາຍ​ພິທີກຳ​ທາງ​ສາສະໜາ​ ພິ​ເສດ​ໂດຍ​ທ່ານ Gyalwang Drukpa ຜູ້​ທີ່​ເຄີຍ​ສວມ​​ເປັນ​ເຈົ້າ​ແມ່​ກວນ​ອິນ ພິທີໃນ​ວັນ​ທີ 19/02 ​ໄລ​່ຕາມຈັນທະ​ປະຕິທິນປະ​ຈຳປີ, ​ແລະ ພ້ອມທັງ​ກົງ​ກັບ​ງານ​ບຸນ ​ໄຕ​ທຽນ ລະດູບານ​ໃໝ່​ປີລະ​ກາ 2017. ”

        ຕາງໜ້າ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ພະ​ມະຫາ​ອາຈານ ທິກ​ແທງ​ຍ້ຽວ, ຮອງ​ປະທານ​ຜູ້​ປະຈຳການສະພາ​ບໍລິຫານງານ​ສະມາຄົມ​ພຸດທະສາສະໜາ ຫວຽດນາມ ​ເຊື່ອໝັ້ນ​ວ່າ ບັນດາ​ການ​ເຄື່ອນ​ໄຫ​ວ​ໃນ​ວັນ​ບຸນ​ວັດທະນະທຳ​ສາສະໜາ​ພຸດ ອິນ​ເດຍ ຄັ້ງ​ທີ 2 ຢູ່ ຫວຽດນາມ ຈະ​ນຳ​ມາ​​ເຊິ່ງຄວາມ​ເຊື່ອ​ໝັ້ນ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​, ການແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດສິນ​ທຳ​ຂອງ​ສາສະໜາ​ພຸດ​ເຂົ້າ​ໃນ​ຊີວິດ​ສັງຄົມ​ຍຸກປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ