ວັນບຸນວັດທະນະທຳແພໄໝຫວຽດນາມ-ອາຊຽນ

ວັນບຸນວັດທະນະທຳແພໄໝຫວຽດນາມ-ອາຊຽນ - ảnh 1
ພາບ​ປະ​ກອບ

(vovworld) – ​ວັນ​ທີ 28/12, ຢູ່​ນະ​ຄອນ ໂຮ້ຍ​ອານ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ແພ​ໄໝ ກວາງ​ນາມ ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ອາ​ຊີບຕຳ​ແພ​ໄໝ ຍີ່​ປຸ່ນ ຈັດ​ຕັ້ງ​ວັນ​ບ​​ຸນ​ວັດ​ທະ​ນະ​ທຳ​ແພ​ໄໝ ຫວຽດ​ນາມ - ອາ​ຊຽນ ເພື່ອ​ແນ​ໃສ່​ແນະ​ນຳ ແລະ ເຊີດ​ຊູ​ຜະ​ລິດ​ຕະ​ພັນ​ບັນ​ດາ​ໝູ່​ບ້ານ​ອ​າ​ຊີບ​​ຕຳ່ແພ​ໄໝທີ່​ດີ​ເດັ່ນ​ຂອງ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ວັນ​ບຸນ ແມ່ນ​ບ່ອນ​ເຕົ້າ​ໂຮມ​ບັນ​ດາ​​ນາຍ​ຊ່າງ​ຕ່ຳ​ແພ​ໄໝ​ຂອງໝູ່​ບ້ານ​ແພ​ໄໝ​ດີ​ເດັ່ນ 7 ແຫ່ງ​ຂອງ​ທົ່ວ​ປະ​ເທດ​ຄື: ວ້ານ​ຟຸກ, ຟູ່ງ​ຊ໋າ (ຮ່າ​ໂນ້ຍ), ໝ້າ​ເຈົາ (ກວາງ​ນາມ)… ທ່ານ​ເລ​ທ໋າຍ​ຫວູ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫ​ຸ້ນ​ສ່ວນ​ແພ​ໄໝ ກວາງ​ນາມ, ໃຫ້​ຮູ້​ວ່າ:

        “ຜ່ານ​ວັນ​ບຸນນີ້, ພວກ​ຂ້າ​ພະ​ເຈົ້າ​ທອດ​ຖອນ​ໄດ້​ບົດ​ຮຽນ​ຫຼາຍ​ຢ່າງ​ຕື່ມ​ອີກຈາກບ​ັນ​ດາ​ຜູ້​ທີ່ບັນ​ລຸ​ຜົ​ນ​ສຳ​ເລັດ​ກໍ່​ຄື​ແບ່ງ​ປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຈາກ​ບັນ​ດາ​ໝູ່​ບ້ານ​ອ​າ​ຊີບ​ແຕ່​ເໜືອ​ຮອດ​ໃຕ້. ຜ່ານ​ວັນ​ບຸນວັດ​ທະ​ນະ​ທຳ​ແພ​ໄໝ ຫວຽດ​ນາມ ແລະ ອາ​ຊຽນ, ທ​ຸກ​ຄົນ​ຈະໄດ້​ເບິ່ງ​ຄືນ​ກ່ຽວ​ກັບ​ຂະ​ແໜງ​ແພ​ໄໝ ຫວຽດ​ນາມ ໃນ​ປະ​ຈຸ​ບັນ ແລະ ສ້າງ​ປະ​ຖົ​ມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ.”


ຂ່າວ/ບົດ​ອື່ນ