ວັນ​ບຸນ​ວັດ​ນະ​ທະ​ທຳ, ການ​ທ່ອງ​ທ່ຽວ​ນິງ​ທ້ວນ​ຢູ່ ດ່າ​ນັ້ງ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

(VOVWORLD) - ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ດ່ານັ້ງ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນໄດ້ຈັດພິທີໄຂ “ວັນບຸນວັດນະທະທຳ, ການທ່ອງທ່ຽວ ນິງທ້ວນ ຢູ່ດ່ານັ້ງ ໃນປີ 2024” ດ້ວຍຫົວຂໍ້ “ນິງທ້ວນ - ເຂດດິນແດນເຕົ້າໂຮມບັນດາຄຸນຄ່າທີ່ແຕກຕ່າງ”.
ວັນ​ບຸນ​ວັດ​ນະ​ທະ​ທຳ, ການ​ທ່ອງ​ທ່ຽວ​ນິງ​ທ້ວນ​ຢູ່ ດ່າ​ນັ້ງ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ - ảnh 1ນ້ອງໆ ມີຄວາມຊົມຊອບ ເມື່ອໄດ້ຮັບຟັງບັນດາສຽງຂອງ ພິມຈາປີ ໂດຍນັກສິປິນແຂວງນິງທ້ວນສະແດງ (ພາບ: TTXVN)

ທີ່ພິທີ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ວັນບຸນວັດທະນະທຳ, ການທ່ອງທ່ຽວແຂວງ ນິງທ້ວນ ປີນີ້ ຖືກເລືອກເອົາເພື່ອຈັດຂຶ້ນຢູ່ນະຄອນດ່ານັ້ງ ເພື່ອສ້າງລະບົບມູນຄ່າທ່ອງທ່ຽວທີ່ເປັນຫຼາຍຮູບຫຼາຍແບບກ່ວາ, ດຶງດູດໃຈກ່ວາ, ເພີ່ມເຕີມເຊິ່ງກັນແລະກັນ ລະຫວ່າງ ດ່ານັ້ງ ກັບນິງທ້ວນ ແລະ ບັນດາທ້ອງຖິ່ນແຄມທະເລເຂດຕອນໃຕ້ພາກກາງ. ທ່ານຮ່າວັນຊຽວ ຮຽກຮ້ອງໃຫ້ບັນດາວິສາຫະກິດທ່ອງທ່ຽວ, ນັກລົງທຶນ, ບໍລິສັດການບິນ, ບໍລິສັດກຳປັ່ນທ່ອງທ່ຽວ ແລະ ບໍລິສັດໃຫຍ່ເສັ້ນທາງລົດໄຟ ຫວຽດນາມ ພ້ອມກັນເຂົ້າຮ່ວມ, ຮ່ວມສຳພັນຮ່ວມມືພັດທະນາບັນດາຜະລິດຕະພັນທ່ອງທ່ຽວເຊື່ອມຕໍ່ນິງທ້ວນກັບບັນດາສະຖານທີ່ຕ່າງໆ ໃນທົ່ວປະເທດຜ່ານດ່ານັ້ງ ເຊິ່ງແມ່ນສູນເຊື່ອມຕໍ່ຂອງພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ