ວັນບຸນວິສາຂະບູຊາ Vesak 2019: ເຮັດໃຫ້ລັກສະນະສະຫຼາດສ່ອງໄສແລະດີເລີດຂອງຄຸນສົມບັດພຸດທະສາສະໜາເລິກເຊິ່ງກວ່າ

(VOVWORLD) -ໃນຂອບເຂດວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019, ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ, ແຂວງຮ່ານາມ, ໄດ້ດຳເນີນກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ວ່າ “ວິທີສຳພັດຂອງພຸດທະສາສະໜາ ກ່ຽວກັບການນຳພາທົ່ວໂລກ ແລະ ໜ້າທີ່ຄວາມຮັບຜິດຊອບແບ່ງປັ່ນເພື່ອສັງຄົມຍືນຍົງ”.
ວັນບຸນວິສາຂະບູຊາ Vesak 2019: ເຮັດໃຫ້ລັກສະນະສະຫຼາດສ່ອງໄສແລະດີເລີດຂອງຄຸນສົມບັດພຸດທະສາສະໜາເລິກເຊິ່ງກວ່າ - ảnh 1 (ພາບປະກອບ: phatgiao.org.vn)

ຢູ່ທີ່ນີ້, ປະຊາຄົມພຸດທະສາສະໜາໂລກ ໄດ້ຍົກອອກບັນດາມາດຕະການແກ້ໄຂພື້ນຖານທີ່ສຸດ, ໂດຍເລີ່ມມາຈາກຈິດໃຈຂອງມະນຸດ ເພື່ອປະຕິບັດສຳເລັດເປົ້າໝາຍໂຄງການດຳເນີນງານພັດທະນາແບບຍືນຍົງທົ່ວໂລກ ເຊິ່ງສະຫະປະຊາຊາດມຸ່ງໄປເຖິງ. ພະມະຫາອາຈານ Dorji Dukpa, ມາຈາກ ບູຖານ, ຖືວ່າ.

        “ອາດຕະມາຄິດວ່າ, ຫົວຂໍ້ກ່ຽວກັບພຸດທະສາສະໜາ ດ້ວຍຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອການພັດທະນາແບບຍືນຍົງ ແມ່ນເໝາະສົມທີ່ສຸດໃນຈຸດເວລານີ້ ຍ້ອນພວກເຮົາພວມນຳໃຊ້ທຸກສິ່ງທຸກຢ່າງ ຢ່າງຟຸ້ມເຟືອຍ ແລະ ພວກເຮົາບໍ່ສ້າງໄວ້ສິ່ງໃດໃຫ້ອະນາຄົດ. ດ້ວຍຫົວຂໍ້ດັ່ງກ່າວ, ອາດຕະມາຖືວ່າ ນັ້ນແມ່ນຫົວຂໍ້ທີ່ໜ້າສົນໃຈທີ່ສະຫງວນໃຫ້ລຸ້ນຄົນໃນອະນາຄົດຂອງພວກເຮົາ”.

        ທີ່ກອງປະຊຸມປຶກສາຫາລື 5 ຄັ້ງ, ຜູ້ແທນພຸດທະສາສະໜາທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ໄຈ້ແຍກຫຼັກຄຳສອນຂອງພຸດທະສາສະໜາ, ກຳນົດທິດໃຫ້ມວນມະນຸດກ້າວໄປເຖິງສັນຕິພາບ, ຫຼີ້ກລ້ຽງປະທະກັນ, ພ້ອມກັນມີການກະທຳເພື່ອມຸ່ງໄປເຖິງສັງຄົມດີງາມກວ່າ, ໂລກຍືນຍົງກວ່າ. ກ່ຽວຂ້ອງເຖິງຫົວຂໍ້ “ວິທີສຳພັດຂອງພຸດທະສາສະໜາກ່ຽວກັບການນຳໃຊ້ຢ່າງມີຄວາມຮັບຜິດຊອບ ແລະ ການພັດທະນາແບບຍືນຍົງ”. ພະມະຫາອາຈານ Rev Myozan Kodo, ມາຈາກ ອຽກລັງ, ຖືວ່າ.

        “ຫົວຂໍ້ຂອງການຄົ້ນຄວ້າແມ່ນສຳຄັນທີ່ສຸດ: ຄວາມສາມາດຮັກສາແບບຍືນຍົງ. ມູນເຊື້ອພຸດທະສາສະໜາ ກໍຄືບົດຮຽນຂອງພະພຸດທະເຈົ້າ ຍົກອອກກາລະໂອກາດຫຼາຍຢ່າງຂອງໜ່ວຍພິພົບໃນໄລຍະປະຫວັດສາດນີ້. ຈຸດເວລາເຊິ່ງການພັດທະນາແບບຍືນຍົງ ແລະ ຄວາມສາມາດຮັກສາຄວາມໝັ້ນຄົງນັ້ນ ແມ່ນພາຫະນະເພື່ອສາມາດມີຊີວິດຢູ່ລອດ ບໍ່ພຽງແຕ່ສຳລັບພຸດທະສາສະໜາເທົ່ານັ້ນ ຫາກທັງຂອງມວນມະນຸດອີກດ້ວຍ”.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ