ວັນບຸນວິສາຂະບູຊາ ພສ 2556 ຈະຖືກຈັດຂຶ້ນ ໃນວັນທີ 5 ພຶດສະພາ

ວັນບຸນວິສາຂະບູຊາ ພສ 2556 ຈະຖືກຈັດຂຶ້ນ ໃນວັນທີ 5 ພຶດສະພາ - ảnh 1
ວັນ​ບຸນ​ວິສາຂະບູຊາ ພສ 2556 - ຄສ 2011
( ພາບ: Internet )


vovworld- ວັນ​ບຸນ​ວິສາຂະບູຊາ ພສ 2556 ​ໂດຍ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາຫວຽນາມ ​ແລະ ສະມາຄົມ​ພຸດທະ​ສາສະໜານະຄອນຮ່າ​ໂນ້ຍຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍໃນ​ຕອນ​ເຊົ້າ​ວັນ​ທີ 5 ພຶດສະພາ ກົງ​ກັບ​ມື້​ວັນ​ເພັງ​ເດືອນ 4 ປີ ມະ​ໂລງ ຕາມຈັນທະ​ປະຕິທິນ​ຫວຽດນາມ. ວັນ​ບຸນ​ວິສາຂະບູຊາ ພສ 2556 ຈະຖືກ​ຈັດ​ຂື້ນ​ຢ່າງ​ສົມ​ກຽດ​ຕາມ​ບັນດາ​ພິທີກຳ​ທາງ​ສາສະໜາ. ວັນ​ບຸນ​ວິສາຂະບູຊາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ທີ່​ສຳຄັນ​ຂອງ​ພະສົງ​ສຳມະ​ເນັນ​ໃນ​ທົ່ວ​ໂລກ​ເວົ້າ​ລວມ ​ແລະ ​ຫວຽດນາມ​ເວົ້າ​ສະ​ເພາະ. ​ເນື່ອງ​ໃນ​ໂອກາດວັນ​ບຸນ​ວິສາຂະບູຊາ ພສ 2556, ຕອນ​ເຊົ້າ​ວັນ​ທີ 3 ພຶດສະພາ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທ່ານ Huynh Dam ​ໄດ້​ໄປ​ຢ້ຽມຢາມ​ພະ​ມະຫາ​ອາຈານ Thich Pho Tue ປະທານ​ສະພາບໍລິຫານ​ງານສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ. ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທ່ານ Huynh Dam ​ເນັ້ນ​ໜັກ​ວ່າ ນັບ​ແຕ່​ມື້​ສ້າງ​ຕັ້ງ​ມາ​ຮອດ​ປະຈຸບັນ, ສະມາຄົມ​ພຸດທະ​ສາສະໜາຫວຽດນາມຍາມໃດກໍສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມ ຮ່ວມເດີນທາງພ້ອມກັບຊາດ, ເຂົ້າຮ່ວມບັນດາ ຂະບວນການແຂ່ງຂັນ ຮັກຊາດຢ່າງຫ້າວຫັນ. ທ່ານ Huynh Dam ເຊື່ອໝັ້ນວ່າ ສະມາຄົມ​ພຸດທະ​ສາສະໜາຫວຽດນາມ ດ້ວຍທິດນຳ “ ທຳມະ - ຊາດ ແລະ ລັດທິສັງຄົມນິຍົມ ” ຈະສືບຕໍ່ເສີມຂະຫຍາຍບົດບາດແມ່ນສະມາຊິກຂອງ​ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ເສີມຂະຫຍາຍມູນເຊື້ອ “ ​ເຂົ້າ​ຮ່ວມສ້າງສາ​ປະ​ເທດ​ຊາດ, ຊ່ວຍ​ເຫຼືອ​ປະຊາຊົນ ” ປະກອບ​ສວ່ນ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ໄລຍະ​ໃໝ່ .

 

ຂ່າວ/ບົດ​ອື່ນ