ວັນບຸນອີນເຕີແນັດຢູ່ລາວກາຍຖືກຈັດຂຶ້ນຢ່າງຟົດຟື້ນ

ວັນບຸນອີນເຕີແນັດຢູ່ລາວກາຍຖືກຈັດຂຶ້ນຢ່າງຟົດຟື້ນ - ảnh 1
ວັນບຸນອີນເຕີແນັດຢູ່ລາວກາຍຖືກຈັດຂຶ້ນຢ່າງຟົດຟື້ນ
(ພາບ: baolaocai)


(vovworld) – ວັນ​ທີ 11/10, ຢູ່​ຫໍສະມຸດ​ແຂວງ​ລາວ​ກາຍ, ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງລາວ​ກາຍ ​ໄດ້​ສົມທົບ​ກັບ​ຄະນະ​ຄຸມ​ຄອງ​ໂຄງການ “ຍົກ​ສູງ​ຄວາມ​ສາມາດ​ນຳ​ໃຊ້​ຄອບ​ພິວ​ເຕີ ​ແລະ ນຳ​ໃຊ້​ອີນ​ເຕີ​ແນັດ ສາທາລະນະ​ຢູ່​ຫວຽດນາມ” (​ໂຄງການ BMGF) ຈັດ​ຕັ້ງ​​ເຫ​ດການ​​ໂຄສະນາ​ສື່ສານ “ວັນ​ບຸນ​ອີນ​ເຕີ​​ແນັ​ດ”. ມີ​ນັກຮຽນ​ກວ່າ 200 ຄົນ​ທີ່​ມາ​ຈາກ​ບັນດາ​ໂຮງຮຽນ​ໃນ​ບໍລິ​ເວນນະຄອນ​ລາວ​ກາຍ ​ເຂ​ົ້າຮ່ວມ​ການ​ເຄື່ອນ​ໄຫວ​ນີ້.

        “ວັນ​ບຸນ​ອີນ​ເຕີ​​ແນັ​ດ” ​ແມ່ນ​ເຫດການ​ເຄື່ອນ​ໄຫ​ວຂອງ​​ໂຄງ​ການ BMGF ​ເຊິ່ງ​ໄດ​້ຈັດ​ຂຶ້ນ​ ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະຖານ​ທີ່ນຳ​ໃຊ້​​​ອີນ​ເຕີ​ແນັດສາທາລະນະ, ຍົກ​ສູ​ງຄວາ​ມສາມາດນຳ​ໃຊ້ຄອມ​ພິວ​ເຕີ ​ແລະ ນຳ​ໃຊ້​ອີ​ນ​ເຕີ​ແນັດ ສາທາລະນະ ​ໃຫ້​ປະ​ຊາຊົນ. ​ໂຄງການ​ໂດຍ​ກອງ​ທຶນ Bill & Melinda Gates ອຸປະ​ຖຳ, ​​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຮັບ​ໃຊ້ ​ແລະ ວິທີ​ສະໜອງ​ຂໍ້​ມູນ​ຜ່ານ​ຄອມ​ພິວ​ເຕີ ​ໃຫ້​ບັນດາ​ຫໍ​ສະ​ມຸດ​ສາທາລະນະ ​ແລະ ​​​ໂຮງ​ໄປ​ສະ​ນີວັດທະນະທຳ​ຕາ​ແສງ.

ຂ່າວ/ບົດ​ອື່ນ