ວັນບຸນອາຊຽນຢູ່ປະເທດ ການາດາ

     ວັນບຸນອາຊຽນຢູ່ປະເທດ ການາດາ - ảnh 1
ການເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນຢູ່ການາດາ
(ພາບ: Thanh Hải/Vietnam+)

(Vovworld)- ວັນ​ທີ 24/8, ບັນດາ​ພະນັກງານ, ພາລະ​ກອນ ​ແລະ ຄອບຄົວ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນຢູ່ ການາດາ ໄດ້ພ້ອມກັນເຂົ້າຮ່ວມບັນດາ ການເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ, ຊຶ່ງ​ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ​ປີ​ຢູ່ອົດຕາວາ. ໃນວັນບຸນນີ້, ບັນດາສະມາຊິກໃນຄອບຄົວອາຊຽນໄດ້ເຂົ້າຮ່ວມ ການແຂ່ງຂັນ​ມິດຕະພາບ​ກິລາ​ບານ​ສົ່ງ, ກິລາ​ດຶງ​ເຊືອກ ພ້ອມ​ທັງ​ໄດ້​ຮັບ​ປະທານ​ບັນດາ​ເຍື່ອງ​ອາຫານ​ພິ​ເສດ​ຂອງ​ແຕ່ລະ​ປະ​ເທດ. ວັນ​ບຸນ​ອາຊຽນຖືກ​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ ຊຶ່ງ​ເລີ່​ມ​ແຕ່​ເດືອນ 4 ​ແລະ ສິ້ນ​ສຸດ​ລົງ​ໃນ​ເດືອນ 8. ສະຖານທູດ​ຂອງ​ແຕ່ລະປະ​ເທດ​ເຄີຍ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ກິລາ ​ເພື່ອ​ສ້າງ​ກາລະ​ໂອກາດ​ໄດ້​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ສະມາຊິກ​ທີ່​ຂຶ້ນ​ກັບ​ກຸ່ມ​ບັນດາ​ອົງການ​ຕາງໜ້າ​ອາຊຽນປະຈຳ ກາ​ນາ​ດາ​.

ຂ່າວ/ບົດ​ອື່ນ