ວັນບຸນເກັບໝາກໄມ້ຄັ້ງທີ3ຢູ່ແຂວງເຊີນລາ

ວັນບຸນເກັບໝາກໄມ້ຄັ້ງທີ3ຢູ່ແຂວງເຊີນລາ - ảnh 1
(ພາບປະກອບຈາກ phuotbui.org)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/5, ຢູ່​ເມືອງ ​ໂມກ​ເຈົາ, ​ແຂວງ ​ເຊີນ​ລາ ​ໄດ້​ຈັດ​ຕັ້ງ​ວັນ​ບຸນ​ເກັບ​ໝາກ​ໄມ້​ເມືອງ ​ໂມກ​ເຈົາ ຄັ້ງ​ທີ 10 ປີ 2016 ດ້ວຍ​ຫົວ​ຂໍ​້ວ່າ “ໝາກ​ໝັ້ນ​ໂມກ​ເຈົາ”. ​ເລື່ອງ​ຈັດ​ຕັ້ງ​ວັນ​ບຸນ​ເກັບ​ໝາກ​ໄມ້​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​​ເພື່ອແນະນຳ, ​ໂຄສະນາ​ໝາກ​ໝັ້ນ ​ໂມກ​ເຈົາ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ພົບ​ປະ​ແລກປ່ຽນ ບົດຮຽນ​ໃນ​ການ​​ປູກ, ບົວລະບັດ​ຕົ້ນ​ໝາກ​ໝັ້ນ. ນອກຈາກ​ຈຸດ​ພົ້ນ​ເດັ່ນ​​ແມ່ນ​ການ​ແຂ່ງ​ຂັນ​ເກັບ​ໝາກ​ໝັ້ນ ​ແລະ ກິນ​ໝາກ​ໝັ້ນໃນ​ສວນ​ທີ່​ສະຫງວນ​ໃຫ້​ແຂກ​ທ່ອງ​ທ່ຽວ​ແລ້ວ, ວັນ​ບຸນ​ເກັບ​ໝາກ​ໝັ້ນ​​ໂມກ​ເຈົາປີ​ນີ້​ຍັງ​ມີ​ການ​ເຄື່ອນ​ໄຫວ​ກິ​ລາ​ພື້ນ​ເມືອງ, ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຕ່າງໆອີກ… ອັນ​ໄດ້​ສ້າງ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ດ້ວນ​ບັນຍາກາດ​ຟົດ​ຟື້ນ​, ມ່ວນ​ຊື່ນ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢຽມ​ເຂດ​ພູ​ພຽງ ​ໂມກ​ເຈົາ. ​ເອື້ອຍ ຫງວຽນ​ທິ​ແທງ​ຖູ​ຍ, ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ນີ້ເປັນ​ຄັ້ງ​ທຳ​ອິດທີ່​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ເກັບ​ໝາກ​ໝັ້ນ​ຢູ່​ເມືອງ ​ໂມກ​ເຈົາ, ​ແຂວງ ​ເຊ​ີນລາ. ​ເຂົ້າຮ່ວມ​ງານ​ບຸນ​ນີ້, ​ໄດ້​ຢ້ຽມຢາມ ​ແລະ ​​ເກັບ​ໝາກ​ໝັ້ນ​ຕົວ​ຈິງ​ແມ່ນ​ມ່ວນ​ຫຼາຍ. ຫວັງ​ວ່າ​ຄະນະ​ຈັດ​ຕັ້ງ​ຈະ​ຈັດ​ຕັ້ງ​ງານ​ບຸນຄື​ແນວ​ນີ້​ເປັນ​ປະຈຳ​ປີ ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ໂອກາດ​ເຂົ້າ​ຮ່ວມ​ຫຼາຍ​ກ່ວາ​ອີກ.”


ຂ່າວ/ບົດ​ອື່ນ