ວັນບຸນເຂົ້າປະດັບດິນ 2017 ຢູ່ ສ. ເຊັກໂກ

(VOVWORLD) - ວັນທີ 27 ສິງຫາ, ທີ່ນະຄອນ ປຣາຮາ, ປະເທດ ສ.ເຊັກໂກ ໄດ້ດຳເນີນວັນບຸນສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະນິກກະຊົນ ຫວຽດນາມ ປະຈຳ ສ.ເຊັກໂກ
ວັນບຸນເຂົ້າປະດັບດິນ 2017 ຢູ່ ສ. ເຊັກໂກ - ảnh 1 ວັນບຸນເຂົ້າປະດັບດິນ ແລະ ວັນບຸນວັດທະນະທຳສາສະໜາພຸດ ຫວຽດນາມ ຢູ່ ສ.ເຊັກໂກ

ວັນບຸນເຂົ້າປະດັບດິນ ແລະ ວັນບຸນວັດທະນະທຳສາສະໜາພຸດ ຫວຽດນາມ ຢູ່ ສ.ເຊັກໂກ. ກ່າວຄຳເຫັນນະທີ່ນີ້, ພະມະຫາອາຈານ ທິກບາວງຽມ ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງສະມາຄົມພຸດທະສາສະນິກກະຊົນ ຫວຽດນາມ ຢູ່ ສ.ເຊັກໂກ ໃນການໂຄສະນາເຜີຍແຜຫລັກສິນທຳສາສະໜາພຸດເຖິງພຸດທະສາສະນິກກະຊົນ, ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ຢູ່ ສ.ເຊັກໂກ ເທົ່ານັ້ນ ຫາກຍັງຢູ່ບັນດາປະເທດໃກ້ຄຽງ ເປັນຈຳນວນຫລວງຫລາຍອີກດ້ວຍ.  ພະມະຫາອາຈານ ທິກບາວງຽມ ເນັ້ນໜັກວ່າ:

        ເຖິງວ່າຈະຢູ່ພາຍໃນປະເທດຫຼືບໍ່ວ່າຢູ່ແຫ່ງໃດກໍ່ຕາມ, ແຕ່ນ້ຳໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ປອງດອງ, ສາມັກຄີ. ນັ້ນແມ່ນພື້ນຖານສິນທຳ, ຄຸນສົມບັດພື້ນຖານຂອງພຸດທະສາສະນິກກະຊົນ, ຂອງປະຊາຊົນ ຫວຽດນາມ ໃນຕະຫລອດກ່ວາ 2000 ປີ ສືບທອດພັດທະນາສາສະໜາພຸດ ຫວຽດນາມ ຢູ່ດິນແດນ ຫວຽດນາມ, ກໍ່ຄືຊາວ ຫວຽດນາມ ອາໄສຢູ່ທົ່ວທຸກແຫ່ງ ຍັງຄົງຮັກສາພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ສາສະໜາພຸດໄວ້.

        

ຕອບກັບ

ຂ່າວ/ບົດ​ອື່ນ