ວັນບຸນໃຫຍ່ວິສາຂະບູຊາ ພ.ສ 2558 : ຮຽກຮ້ອງພຸດທະສາສະນິກກະຊົນມຸ່ງໄປສູ່ທະເລຕາເວັນອອກ

ວັນບຸນໃຫຍ່ວິສາຂະບູຊາ ພ.ສ 2558 : ຮຽກຮ້ອງພຸດທະສາສະນິກກະຊົນມຸ່ງໄປສູ່ທະເລຕາເວັນອອກ  - ảnh 1

(vovworld)- ຕອນ​ເຊົ້າ​ວັນ​ທີ 13/5 ຢູ່​ຮ່າ​ໂນ້ຍ, ສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ໄດ້​ຈັດ​ວັນ​ບຸນ​ໃຫຍ່​ວິສາຂະບູຊາ ພ.ສ 2558. ທີ່​ພິທີ, ພະ​ອາຈານ​ມະຫາ ທິກ​ບາ​ວງຽມ ຮອງ​ປະທານ​ສະພາ​ບໍລິຫານ​ງານ ສະມາຄົມ​ພຸດທະ​ສາສະໜາ​​ຫວຽດນາມ​ໄດ້​ຂຶ້ນ​ກ່າວ​ສູນ​ທອນ​ພົດ​ຊຶ່ງ​​ໄດ້​ຢືນຢັນ ສະມາຄົມ​ພຸດທະ​ສາສະໜາ​​ຫວຽດນາມນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ​ມີ​ອິດ​ທິພົນ​ຊື່​ສຽງ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ທົ່ວ​ໂລກ.

ແລະ ກໍ​ໃນວັນ​ບຸນ​ໃຫຍ່​ວິສາຂະບູຊາ ພ.ສ 2558 ​ເມື່ອ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ພຸດທະສາສະ​ນິກກະ​ຊົນ​ຫຼາຍ​ຄົນ​ໄດ້​ຮັບ​ຟັງ​ສານ​ຂອງ​ສາດສະດາສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ກ່ຽວ​ກັບ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຊຶ່ງ​ພະ​ອົງ​ໄດ້​ຮຽກຮ້ອງ​ສະຫະສະມາຄົມ​ພຸດທະ​ສາສະໜາ​​ຈີນ​ຈົ່ງ​ອອກສຽງ​ຮຽກຮ້ອງ​ລັດຖະບານຈີນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ.

ພະ​ອາຈານ​ມະຫາ ທິກ​ຢາກ​ວາງ, ຮອງ​ປະທານ​ສະພາ​ບໍລິຫານ​ງານ ສະມາຄົມ​ພຸດທະ​ສາສະໜາ​​ຫວຽດນາມ​ໃຫ້​ຮູ້​ວ່າ : 

  “ ສານ​ສະບັບ​ນີ້​ໄດ້​ສົ່ງ​ເຖິງ​ບັນດາ​ພະສົງ​ສຳມະ​ເນັນ​ຜູ້​ມີ​ຍົກ​ສັກ​ຕຳ​ແໜ່​ງ, ​ພຸດທະສາສະ​ນິກກະ​ຊົນ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ສະຫະ​ສະມາຄົມ​ພຸດທະ​ສາສະໜາ​ຈີນ, ດ້ວຍ​ການ​ທຳ​ຂອງ​ຕົນ ຈົ່ງ​ຮຽກຮ້ອງ​ໃຫ້​ລັດຖະບານ​ຈີນນຳ​ຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ວ 981 ​ອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ” 
ຂ່າວ/ບົດ​ອື່ນ