ວັນ​ບຸ​ນ​ໄຫວ້​ພະ​ຈັນ 2020 ທີ່ເປັນ​ເອ​ກະ​ລັກ

(VOVWORLD) -ໃນ ວັນບຸນ, ພວກນ້ອງນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ແຫ່ໂຄມໄຟ, ຟ້ອນສິງໂຕ, ຈັດຕັ້ງການວາງສະແດງ ແລະ ແຂ່ງຂັນການລະຫຼິ້ນພື້ນເມືອງ, ຂຽນຕົວໜັງສືຫວຽດເດີມ, ແຕ້ມພາບ ດົງໂຮ່.
ວັນ​ບຸ​ນ​ໄຫວ້​ພະ​ຈັນ 2020 ທີ່ເປັນ​ເອ​ກະ​ລັກ - ảnh 1ພາບປະກອບ: thanglong.chinhphu.vn 

ວັນບຸນໄຫວ້ພະຈັນ 2020 ໄດ້ຈັດຕັ້ງແຕ່ວັນທີ 28 ກັນຍາ (ກົງກັບມື້ຂຶ້ນ 12 ຄ່ຳເດືອນ 8 ໄລ່ຕາມຈັນທະປະຕິທິນ) ຫາ ວັນທີ 1 ຕຸລາ (ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ໄລ່ຕາມຈັນທະປະຕິທິນ), ຢູ່ສູນວາງສະແດງວັດທະນະທຳສິປະລະ ຫວຽດນາມ, ເຮືອນເລກທີ 2 ຮວາລື, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ດ້ວຍການເຄື່ອນໄຫວທີ່ພົ້ນເດັ່ນຫຼາຍຢ່າງ.

        ໃນ ວັນບຸນ, ພວກນ້ອງນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ແຫ່ໂຄມໄຟ, ຟ້ອນສິງໂຕ, ຈັດຕັ້ງການວາງສະແດງ ແລະ ແຂ່ງຂັນການລະຫຼິ້ນພື້ນເມືອງ, ຂຽນຕົວໜັງສືຫວຽດເດີມ, ແຕ້ມພາບ ດົງໂຮ່. ຢູ່ວັນບຸນຍັງມີບໍລິເວນຫຼະລິ້ນພື້ນເມືອງເຊິ່ງນຳເອົາຄວາມຮູ້ສຶກທີ່ເປັນໜ້າຈັບໃຈໃຫ້ແກ່ຜູ້ຊົມເມື່ອໄດ້ຫວນຄືນຄາວຍັງນ້ອຍ. ຄຽງຄູ່ກັນນັ້ນ, ຍັງມີຕະຫຼາດນັດໄຫວ້ພະຈັນ 2020 ທີ່ເຕົ້າໂຮມຮ້ານສະແດງ ແລະ ວາງຂາຍຜະລິດຕະພັນຫຼາຍຊະນິດກ່ວາ 50 ຮ້ານ ທີ່ມາຈາກທົ່ວທຸກແຫ່ງໃນທົວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ