ວັນບຸນໜັງສືພິມທົ່ວປະເທດປີ 2019 ຈະດໍາເນີນໃນລະຫວ່່າງວັນທີ 15 - 17 ມິຖຸຸນາວັນບຸນໜັງສືພິມທົ່ວປະເທດປີ 2019 ຈະດໍາເນີນໃນລະຫວ່່າງວັນທີ 15 - 17 ມິຖຸຸນາ

(VOVWORLD) -ວັນບຸນໜັງສືພິມທົ່ວປະເທດປີ 2019 ຈະຖືກດໍາເນີນໃນລະຫວ່າງວັນທີ 15 – 17 ມີນາ, ຢູ່ຫໍພິພິທະພັນຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ໜັງສືພິມຫວຽດນາມ ປ່ຽນແປງໃໝ່, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ”. 

ເຫດການດັ່ງກ່າວ ໂດຍ ສະມາຄົມນັກຂ່າວຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ແລະ ກະຊວງວັດທະນະທໍາ, ກິລາ, ທ່ອງທ່ຽວ ແລະ ຄະນະກໍາມະການປະຊາຊົນນະຄອນຮ່່າໂນ້ຍສົມທົບກັນຈັດຕັ້ງ.

ວັນບຸນໜັງສືພິມທົ່ວປະເທດປີ 2019 ຈະດໍາເນີນໃນລະຫວ່່າງວັນທີ 15 - 17 ມິຖຸຸນາວັນບຸນໜັງສືພິມທົ່ວປະເທດປີ 2019 ຈະດໍາເນີນໃນລະຫວ່່າງວັນທີ 15 - 17 ມິຖຸຸນາ - ảnh 1 ການຖະແຫຼງຂ່າວ ກ່ຽວກັບ ວັນບຸນໜັງສືພິມທົ່ວປະເທດປີ 2019 (ພາບ: kinhtedothi.vn)

        ວັນບຸນໜັງສືພິມທົ່ວປະເທດປີ 2019 ໄດ້ຈັດຂຶ້ນ ເພື່ອແນໃສ່ສະເຫຼີມສະຫຼອງບັນດາເຫດການໃຫຍ່ໃນປີ  ແລະ ບັນດາຜົນງານທີ່ປະເທດຊາດບັນລຸໄດ້ໃນວິວັດແຫ່ງການປ່ຽນແປງໃໝ່; ຍົກໃຫ້ເຫັນບັນດາຜົນງານ ແລະ ການພັດທະນາຢ່າງແຮງຂອງສື່ມວນຊົນປະຕິວັດຫວຽດນາມ; ໂຄສະນາບັນດາຜົນງານສື່ມວນຊົນຕິດພັນກັບການເຄື່ອນໄຫວແຮງງານ, ປະດິດຄິດສ້າງຂອງບັນດານັກຂ່າວໃນທົ່ວປະເທດ. ການເຄື່ອນໄຫວດັ່ງກ່າວ ຊ່ວຍເພີ່ມທະວີການພົວພັນແລກປ່ຽນ ແລະ ພົບປະກັນລະຫວ່າງນັກຂ່າວກັບມະຫາຊົນ. ນີ້ກໍແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍ ແລະ ສົ່ງເສີມການອຸທິດສ່ວນຂອງບັນດາຫົວໜ່ວຍ, ສ່ວນບຸກຄົນ, ບັນດາອົງການຈັດຕັ້ງ, ວິສາຫະກິດ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສື່ມວນຊົນປະຕິວັດຫວຽດນາມ.

        ໂດຍຖືກດໍາເນີນໃນຂອບເຂດທົ່ວປະເທດ, ວັນບຸນໜັງສືພິມປີນີ້ ມີການເຂົ້າຮ່ວມຂອງບັນດາອົງການສື່ມວນຊົນ, ສະມາຄົມນັກຂ່າວຂັ້ນຕ່າງໆ, ອົງການຈັດຕັ້ງ ແລະ ຫົວໜ່ວຍທີ່ມີການປະກອບສ່ວນເຂົ້າໃນພາລະກິດສື່ມວນຊົນປະຕິວັດຫວຽດນາມ.


 

ຕອບກັບ

ຂ່າວ/ບົດ​ອື່ນ