ວັນປື້ມ ຫວຽດນາມ 21 ເມສາ: ສະເໜີຕົວ “ຕູ້ປື້ມເຊື່ອມໂຍງເຂົ້າກັບເສດຖະກິດສາກົນ” ດ້ວຍ 60 ກ່ວາສິ່ງພິມ

(VOVWORLD) - “ຕູ້ປື້ມເຊື່ອມໂຍງເຂົ້າກັບເສດຖະກິດສາກົນ” ແລະ ການໂອ້ລົມສົນທະນາ “ປຶ້ມ - ຂົວເຊື່ອມຕໍ່ການເຊື່ອມໂຍງ ແລະ ພັດທະນາ”

ວັນປື້ມ ຫວຽດນາມ 21 ເມສາ: ສະເໜີຕົວ “ຕູ້ປື້ມເຊື່ອມໂຍງເຂົ້າກັບເສດຖະກິດສາກົນ” ດ້ວຍ 60 ກ່ວາສິ່ງພິມ - ảnh 1 ພາບປະກອບຈາກ Infornet.vn

ວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ໃນຂອບເຂດການເຄື່ອນໄຫວວັນປື້ມ ຫວຽດນາມ ຄັ້ງທີ 5, ໂຮງພິມຈຳໜ່າຍ ກົງເທືອງ (ອຸດສາຫະກຳ ການຄ້າ) ແລະ ບໍລິສັດຫຸ້ນສ່ວນປື້ມ Alpha ໄດ້ຈັດຕັ້ງພິທີລົງນາມຮ່ວມມືຍຸດທະສາດລະຫວ່າງ 2 ຫົວໜ່ວຍ, ສະເໜີຕົວ “ຕູ້ປື້ມເຊື່ອມໂຍງເຂົ້າກັບເສດຖະກິດສາກົນ” ແລະ ການໂອ້ລົມສົນທະນາ “ປຶ້ມ - ຂົວເຊື່ອມຕໍ່ການເຊື່ອມໂຍງ ແລະ ພັດທະນາ”. ທ່ານນາງ ຫງວຽນມິງເຫ້ວ, ຜູ້ອຳນວຍການໂຮງພິມຈຳໜ່າຍ ອຸດສາຫະກຳ ການຄ້າ, ໃຫ້ຮູ້ວ່າ: ການສ້າງ “ຕູ້ປື້ມເຊື່ອມໂຍງເຂົ້າກັບເສດຖະກິດສາກົນ” ຈຸດປະສົງແມ່ນແນ່ໃສ່ຊ່ວຍໃຫ້ຜູ້ອ່ານ, ບັນດານັກຄຸ້ມຄອງ ແລະ ພິເສດແມ່ນບັນດາວິສາຫະກິດມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບບັນດາຜົນປະໂຫຍດ ແລະ ສິ່ງທ້າທາຍເມື່ອ  ຫວຽດນາມ ເຂົ້າຮ່ວມອົງການການຄ້າໂລກ (WTO) ແລະ ວິວັດການເຂົ້າຮ່ວມການເຈລະຈາ, ລົງນາມບັນດາສັນຍາການຄ້າເສລີ (FTA).

ຕອບກັບ

ຂ່າວ/ບົດ​ອື່ນ