ວັນປື້ມຫວຽດນາມຢູ່ແຂວງກຽນຢາງ


ວັນປື້ມຫວຽດນາມຢູ່ແຂວງກຽນຢາງ - ảnh 1

ວັນປື້ມຫວຽດນາມຢູ່ແຂວງກຽນຢາງ
(ພາບ: ອິນເຕີແນດ)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ປື້​ມ - ພູມ​ປັນຍາ ​ແລະ ວັດທະນະທຳ“, ວັນ​ທີ 17/4, ​ແຂວງ ກຽນ​ຢາງ ​ໄດ້​ໄຂ​ວັນ​ປື້​ມ ຫວຽດນາມ​ຄັ້ງ​ທີ 3 ຢູ່​ນະຄອນ ​ແຣກຢ໋າ. ​ເຫດການ​ນີ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 17-18/4, ນອກຈາກ​ວາງສະ​ແດງ, ​ແນະນຳ​ປື້​ມຫຼາຍ​ປະ​ເພດ​ທີ່​ມີ​ຄຸນ​ຄ່າ​ເຖິງ​ຜູ້​ອ່ານ​ແລ້ວ, ວັນ​ປື້​ມ ຫວຽດນາມ​ຢູ່ ກຽນ​ຢາງ​ຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຊັ່ນ: ງານ​ວາງສະ​ແດງ​ສະ​ແຕມ, ​ແຕ້ມ​ພາບ…

        ວັນ​ປື້​ມ ຫວຽດນາມ​ຄັ້ງ​ທີ 3ຢູ່​ແຂວງ ກຽນ​ຢາງ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ, ພັດທະນາ​ຂະ​ບວນການ​ອ່ານ​ປື້​ມ​ໃນ​ໝູ່​ປະຊາ​ຄົມ, ຍົກ​ສູງ​ຄວາມ​​ຮູ້​ຂອງ​ປະຊາ​ຊົນ ກ່ຽວ​ກັບ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ຄວາມ​ສຳຄັນ​ຂອງ​ການ​ອ່ານ​ປື້​ມ​ໃນ​ການ​ຍົກ​ສູງ​ຄວາມ​ຮູ້, ທັກ​ສະ, ພັດທະນາ​ຈີນ​ຕະນາ​ການ ​ແລະ ຫຼໍ່​ຫຼອມ​ບຸກຄະ​ລິກພາບ​ຂອງ​ມະນຸດ, ພ້ອມ​ທັງ​ຢືນຢັນ​ບົດບາດ, ທີ່​ຕັ້ງ, ຄວາມ​ສຳຄັນ​ຂອງ​ປື້​ມ​ໃນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ