ວັນ​ປະ​ຊາ​ກອນ​ໂລກ 11 ກໍ​ລ​ະ​ກົດ: ຫວຽດ​ນາມ​ ລົງ​ທຶນ​​ໃຫ້ແກ່​ປະ​ຊາ​ກອນ ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ໃນສາມທົດສະວັດຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານເປັນໜ້າຊື່ນຊົມໃນຂົງເຂດປະຊາກອນ. ອາຍຸຍືນຂອງປະຊາຊົນເພີ່ມຂຶ້ນ, ບັນລຸ 73,7 ປີ ໃນປີ 2023.
ວັນ​ປະ​ຊາ​ກອນ​ໂລກ 11 ກໍ​ລ​ະ​ກົດ: ຫວຽດ​ນາມ​ ລົງ​ທຶນ​​ໃຫ້ແກ່​ປະ​ຊາ​ກອນ ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານ ເລແທັງຢຸງ, ຫົວໜ້າກົມໃຫຍ່ກົມປະຊາກອນ, ກະຊວງສາທາລະນະສຸກ ຫວຽດນາມ (ພາບ: VOV)

ໄລ່ຮອດປັດຈຸບັນ, ປະຊາກອນ ຫວຽດນາມ ໄດ້ລື່ນກາຍຕົວເລກ 100 ລ້ານຄົນ ແລະ ແມ່ນປະເທດທີ 15 ໃນໂລກທີ່ມີປະຊາກອນຫຼາຍກວ່າ 100 ລ້ານຄົນ. ໃນສາມທົດສະວັດຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານເປັນໜ້າຊື່ນຊົມໃນຂົງເຂດປະຊາກອນ. ອາຍຸຍືນຂອງປະຊາຊົນເພີ່ມຂຶ້ນ, ບັນລຸ 73,7 ປີ ໃນປີ 2023. ອັດຕາແມ່ລູກອ່ອນເສຍຊີວິດຫຼຸດລົງຫຼາຍພໍສົມຄວນ ແລະ ອັດຕານຳໃຊ້ມາດຕະການຄຸມກຳເນີດທີ່ທັນສະໄໝບັນລຸລະດັບສູງໃນໂລກ. ຮູບຮ່າງ, ສຸຂະພາບທາງກາຍຂອງປະຊາຊົນ ຫວຽດນາມ ກໍມີການປົວແປງຢ່າງເຫັນໄດ້ຊັດ. ເຖິງຢ່າງໃດກໍຕາມ, ວຽກງານປະຊາກອນ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເຊັ່ນ: ຈຳນວນປະຊາກອນອາຍຸສູງກວມເອົາສ່ວນຫຼາຍ, ຂາດຄວາມສົມດຸນລະຫວ່າງຍິງ - ຊາຍ ໃນການເກີດ, ລະດັບອັດຕາການເກີດຕ່ຳໃນທົ່ວປະເທດ…. ດັ່ງນັ້ນ, ວັນປະຊາກອນໂລກ ວັນທີ 11 ກໍລະກົດ, ປີນີ້, ຫວຽດນາມ ເລືອກເອົາຫົວຂໍ້ “ລົງທຶນໃຫ້ແກ່ວຽກງານປະຊາກອນ ແມ່ນການລົງທຶນແກ່ການພັດທະນາແບບຍືນຍົງ”. ທ່ານ ເລແທັງຢຸງ, ຫົວໜ້າກົມໃຫຍ່ກົມປະຊາກອນ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

        “ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງວຽກງານປະຊາກອນໃນປັດຈຸບັນ ແລະ ຊຸມປີຕໍ່ໄປ, ປີ 2024, ກະຊວງສາທາລະນະສຸກ ໄດ້ເລືອກເອົາຫົວຂໍ້ “ລົງທຶນແກ່ວຽກງານປະຊາກອນ ແມ່ນການລົງທຶນແກ່ການພັດທະນາແບບຍືນຍົງ” ແມ່ນເພື່ອແນໃສ່ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ລັດຖະບານບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ເອົາໃຈໃສ່ ແລະ ລົງທຶນແກ່ວຽກງານປະຊາກອນຂອງ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.”

ຕອບກັບ

ຂ່າວ/ບົດ​ອື່ນ