ວັນປະຊາຊົນທົ່ວປະເທດບໍລິຈາກເລືອດດ້ວຍຄວາມສະໝັກໃຈ 07/04

ວັນປະຊາຊົນທົ່ວປະເທດບໍລິຈາກເລືອດດ້ວຍຄວາມສະໝັກໃຈ 07/04 - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

(vovworld) - ວັນ​ທີ 07/04, ຄະ​ນະ​ຊີ້​ນຳ​ການ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ແຂວງ ຕວຽນ​ກວາງ ໄດ້​ປຸກ​ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ວັນປະ​ຊາ​ຊົນ​ທົ່ວ​ປະ​ເທດ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ດ້ວຍ​ສານ​ທີ່​ວ່າ “ບໍ​ລິ​ຈາກ​ເລືອດເພື່ອ​ກູ​້​ເ​ອົາ​ຊີ​ວິດ”, “ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ແມ່ນ​ການ​ກະ​ທຳ​ມະ​ນຸດ​ສະ​ທຳ”. ທີ່​ພິ​ທີ​ປຸກ​ລະ​ດົມ, ມີ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ 350 ຄົນ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ. ພາຍ​ຫຼັງ​ພິ​ທີ​ປຸກ​ລະ​ດົມ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ເລືອດ​ບັນ​ລຸ​ມາດ​ຕະ​ຖານ 200 ກ​ວ່າ​ຖົງ.

        ແລະ​ກໍ​ໃນ​ວ​ັນ​ທີ 07/04, ຄະ​ນະ​ຊີ້​ນຳ​ການ​ຂົນ​ຂວາຍບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຢູ່​ນະ​ຄອນ​ຮ​ວ່າ​ບິ່ງ, ແຂວງ ຮ່​ວາ​ບິ່ງ ໄດ້​ຈັດ​​ງານຊຸມ​ນູນ​ສະ​ໜັບ​ສະ​ໜູນ​ວັນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ 07/04, ເຊີດ​ຊູ​ຜູ້ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ດີ​ເດັ່ນ​ປີ 2016. ພາຍ​ຫຼັງ​ພິ​ທີ, ມີ​ພະ​ນັກ​ງານ, ນັກ​ຮົບ, ສະ​ມາ​ຊິກ​ຊາວ​ໜຸ່ມ​ 700 ກວ່າ​ຄົນຂອ​ງ​ບັນ​ດາ​ອົງ​ການ, ຫົວ​​ໜ່ວຍ​ໃນ​ບໍ​ລິ​ເວັນ​ແຂວງ ​ໄດ້​ຈົດ​ທະ​ບຽນບໍ​ລິ​ຈາກ​ເລືອດ. ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ເລືອດ 408 ຖົງ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະ​ນະ​ຊີ້​ນຳ​ບັ້ນ​ຂົນ​ຂວາຍບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ນະ​ຄອນ​ດ່ານັ້ງ ໄດ້​ສະ​ຫຼຸ​ບ​ວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ​ການບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ໄລ​ຍະ 2011 – 2015 ແລະ ຍ້ອງ​ຍໍ 31 ​ໝູ່​ບຸກ​ຄົນ, 15 ຄອບ​ຄົວ​, 66 ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ວຽກ​ງານບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ.

ຂ່າວ/ບົດ​ອື່ນ