ວັນພາສາ ເອີລົບ ຄັ້ງທີ 7 ໃກ້ຈະດຳເນີນຢູ່ຮ່າໂນ້ຍ

(VOVWORLD) - ວັນພາສາ ເອີລົບ ຄັ້ງທີ 7 ດ້ວຍຫົວຂໍ້ວ່າ “ຫັນເປັນສາກົນ: ສິ່ງທ້າທາຍ ແລະ ກາລະໂອກາດ ໃຫ້ບັນດາໂຮງຮຽນຢູ່ ຫວຽດນາມ” ຈະໄດ້ຮັບການຈັດຕັ້ງໃນວັນທີ 21 ຕຸລາ, ຢູ່ສະຖາບັນ Goethe ຮ່າໂນ້ຍ. 
ວັນພາສາ ເອີລົບ ຄັ້ງທີ 7 ໃກ້ຈະດຳເນີນຢູ່ຮ່າໂນ້ຍ - ảnh 1 ພາບປະກອບ

ນີ້ແມ່ນຄັ້ງທີ 7, ທີ່ວັນພາສາ ເອີລົບ ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ. ເຫດການໂດຍກຸ່ມສະຖາບັນວັດທະນະທຳບັນດາປະເທດ ເອີລົບ (EUNIC), ເຄືອຂ່າຍບັນດາສະຖາບັນວັດທະນະທຳ ເອີລົບ ຈັດຕັ້ງປະຈຳປີ. ໃນຂອບເຂດວັນພາສາ ເອີລົບ ຈະຈັດຕັ້ງບັນດາການເຄື່ອນໄຫວຄື: ກອງປະຊຸມສຳມະນາຫົວເລື່ອງສະເພາະ “ຫັນເປັນສາກົນ: ສິ່ງທ້າທາຍ ແລະ ກາລະໂອກາດ ໃຫ້ບັນດາໂຮງຮຽນຢູ່ ຫວຽດນາມ” ແລະ ງານບຸນພາສາຫຼາຍຮູບຫຼາຍສີໃຫ້ບັນດາຜູ້ມີຄວາມສົນໃຈຢາກຊອກຮູ້ການເປັນຫຼາຍຮູບຫຼາຍສີຂອງບັນດາພາສາ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ