ວັນມ໋ຽວ - ກວົກຕືຢ໋າມ ເປີດນຳໃຊ້ລະບົບບັນລະຍາຍອັດຕະໂນມັດ ດ້ວຍ 8 ພາສາ

(VOVWORLD) -ຕອນບ່າຍວັນທີ 11 ມັງກອນ, ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມ໋ຽວ - ກວົກຕືຢ໋າມ ເປີດນຳໃຊ້ລະບົບບັນລະຍາຍອັດຕະໂນມັດ ດ້ວຍ  8 ພາສາ ເພື່ອຮັບໃຊ້ຄວາມຕ້ອງການທັດສະນະສຶກສາຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ວັນມ໋ຽວ - ກວົກຕືຢ໋າມ ເປີດນຳໃຊ້ລະບົບບັນລະຍາຍອັດຕະໂນມັດ ດ້ວຍ  8 ພາສາ - ảnh 1 ວັນມ໋ຽວ - ກວົກຕືຢ໋າມ

8 ພາສາລວມມີ: ພາສາຫວຽດນາມ, ອັງກິດ, ຝະລັ່ງ, ແອັດສະປາຍ, ສ. ເກົາຫຼີ, ຍີ່ປຸ່ນ, ໄທ, ຈີນ. ທ່ານ ເລຊວນກຽວ, ຜູ້ອຳນວຍການສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ  ວັນມ໋ຽວ - ກວົກຕືຢ໋າມ, ໃຫ້ຮູ້ວ່າ:

        “ບໍ່ສະເພາະແຕ່ ວັນມ໋ຽວ - ກວົກຕືຢ໋າມ ເທົ່ານັ້ນ, ຫາກນັບທັງບັນດາສະຖານທີ່ທ່ອງທ່ຽວຕ່າງໆ, ພວກເຮົາຍັງບໍ່ທັນມີບົດບັນລະຍາຍທີ່ບັນລຸມາດຕະຖານໄດ້. ທີສອງແມ່ນນັກທ່ອງທ່ຽວມາ ວັນມ໋ຽວ - ກວົກຕືຢ໋າມ ແມ່ນມາຈາກຫຼາຍປະເທດ, ແຕ່ພວກເຮົາພຽງແຕ່ຮັບໃຊ້ເປົ້າໝາຍແມ່ນນັກທ່ອງທ່ຽວເວົ້າພາສາ ອັງກິດເປັນຕົ້ນຕໍເທົ່ານັ້ນ, ສ່ວນບັນດາພາສາອື່ນໆແມ່ນບໍ່ທັນຮັບໃຊ້ໄດ້. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈຶ່ງສ້າງລະບົບບັນລະຍາຍອັດຕະໂນມັດດ້ວຍ 8 ພາສາ ແລະ ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ. ແລະ ສິ່ງພິເສດແມ່ນເນື້ອໃນໄດ້ບັນລຸມາດຕະຖານ, ຜ່ານການກະກຽມຢ່າງລະອຽດເຖິງຖອງ ແລະ ຮັບເອົາຄວາມເຫັນຈາກນັກຊ່ຽວຊານ, ບັນດານັກວິທະຍາສາດ“.

        ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ  ວັນມ໋ຽວ - ກວົກຕືຢ໋າມ ກໍ່ໄດ້ເປີດນຳໃຊ້ລະບົບປ້າຍຊີ້ບອກ ແລະ ຮ້ານຂາຍປີ້ອີກ. ທ່ານ ຫງວຽນຫື້ວບູ່ຍ, ຢູ່ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືວ່າເລື່ອງເປີດນຳໃຊ້ບັນດາອຸປະກອນໃໝ່ນີ້, ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເມື່ອມາຢ້ຽມຢາມ ວັນມ໋ຽວ ກວົກຕືຢ໋າມ, ເພາະວ່າປະຈຸບັນ, ນັກທ່ອງທ່ຽວມີຫຼາຍພາກສ່ວນ, ມາຈາກຫຼາຍປະເທດ ແລະ ລະດັບຄວມຮູ້ກໍ່ແຕກຕ່າງກັນ.“

ຕອບກັບ

ຂ່າວ/ບົດ​ອື່ນ