ວັນມ໋ຽວ - ກວກຕື້ຢ໋າມ ແມ່ນປູຊະນີ ຍະສະຖານລະດັບຊາດພິເສດ

ວັນມ໋ຽວ - ກວກຕື້ຢ໋າມ ແມ່ນປູຊະນີ ຍະສະຖານລະດັບຊາດພິເສດ - ảnh 1

ວັນ​ມ໋ຽວ - ກວກຕື້ຢ໋າມ ​ແມ່ນ​ປູຊະນີຍະສະຖານ​ລະດັບ​ຊາດ​ພິ​ເສດ

(vovworld) – ​ຕອນ​ຄຳ່​ວັນ​ທີ 25/2, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ຮັບ​ໃບ​ຢັ້ງຢືນ​ປູຊະນີຍະສະຖານ ວັນ​ມ໋ຽວ - ກວກ​ຕື້ຢ໋າມ ​ເປ​ັນປູຊະນີຍະ​ສະຖານ​ລະດັບ​ຊາດ​ພິ​ເສດ ​ແລະ ​ໃບ​ຢັ້ງຢືນ ​ແຜ່ນ​ສີ​ລາ​ ປະລິຍາ​ເອກ 82 ​ແຜ່ນ​ໃນ​ສະ​ໄໝລາດ​ຊະ​ວົງ ​ເລ​ມາກ (1442 - 1779) ຢູ່ ວັນ​ມ໋ຽວ - ກວກ​ຕື້ຢ໋າມ  ​​ເຊິ່ງແມ່ນ​ມໍລະດົກ​​​ໂລກ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ນີ​້ແມ່ນ​ຄວາມ​ເປັນ​ກຽດ ​ແລະ ​ແມ່ນຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ຊາ​ຊົນ​ນະຄອນຫຼວງ ​ເວົ້າ​ສະ​ເພາະ​ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ເວົ້າ​ລວ​ມ. ​ໃນ​ຊຸມ​ປີຜ່ານມາ, ວັນ​ມ໋ຽວ - ກວກ​ຕື້ຢ໋າມ  ​ແມ່ນ​ສະຖານ​ທີ່​ຢ້ຽມ​ຊົມ, ຊອກ​ຮູ້, ຮຳ່ຮຽນ​ຂອງ​ປະຊາຊົນ​ທັງ​ຢູ່ພາຍ​ໃນປະ​ເທ​ດ ​ແລະ ​ແຂກ​ສາກົນ ພ້ອມ​ກັບ​ປະມຸກ​ລັດ​ສາກົນ​ຫຼາຍ​ທ່ານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

“ການ​ນຳ​ນະຄອນຫຼວງ, ຂະ​ແໜງ​ວັດທະນະທຳ, ສຶກສາ ນະຄອນຫຼວງ, ​ແຕ່​ລະ​ຄອບຄົວ ​ແລະ ປະຊາຊົນ​ນະຄອນຫຼວງ ຈະ​ມີ​ຂໍ້​ລິ​ເລີ່​ມ ​ແລະ ວິທີ​ປະຕິບັດ​ສະ​ເພາະ​ຂອງ​ຕົນ ​ເພື່ອ​ໃຫ້​ຊາວ​ໜຸ່ມ​ນະຄອນຫຼວງ ​ເວົ້າ​ສະ​ເພາະ ​ແລະ ຊາວໜຸ່ມ​ຫວຽ​ດນາມ ​ເວົ້າ​ລວມ ​ເຂົ້າ​ໃຈ​ເລິກ​ເຊິ່ງກ່ວາ, ​ມີ​ຄວາມເອກອ້າງ​ທະ​ນົງ​ໃຈ​ກ່ວາ ກ່ຽວ​ກັບ ວັນ​ມ໋ຽວ - ກວກ​ຕື້ຢ໋າມ, ກ່ຽວ​ກັບ​ມູນ​ເຊື້ອ​ມັກການ​ຮຽນ ​ເພື່ອ​ປົກ​ປັກຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ພັດທະນາ​ບ້ານ​ເກີດ​ເມືອ​ງນອນ ​ແລະ ​ແຕ່ລະ​ຄອບຄົວ”

        ວັນ​ມ໋ຽວ - ກວກ​ຕື້ຢ໋າມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ສະຕະວັດ​ທີ 11, ຕົ້ນ​ເດືອນ 3/2010, ​​ແຜ່ນ​ສີ​ລາ​ 82 ​ແຜ່ນຢູ່ ວັນ​ມ໋ຽວ - ກວກ​ຕື້ຢ໋າມ ​ໄດ້​ຮັບ​ການຮັບຮອງ​ຈາກ ອົງການ UNESSCO ເປັນ​ມໍລະດົກ​​ໂລກ ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ຮອດ​ເດືອນ 7/2011, ແຜ່ນ​ສີ​ລາ​ 82 ​​ແຜ່ນໄດ້​ຮັບການ​ຮັບຮອງ​ເປັນ​ມໍລະດົກ​​ໂລກອີກ​ເທື່ອ​ໜຶ່ງ.

 


ຂ່າວ/ບົດ​ອື່ນ