ວັນ​ລະ​ຫລິ້ນ​ສາ​ກົນ 11 ມິ​ຖຸ​ນາ: UNICEF ຮຽກ​ຮ້ອງ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຮັບ​ປະ​ກັນ​ການ​ລະ​ຫລິ້ນ​ໃຫ້​ແກ່​ເດັກ​ນ້ອຍ

(VOVWORLD) - ຕາມບົດລາຍງານຂອງ (UNICEF) ເນື່ອງໃນໂອກາດວັນລະຫລິ້ນສາກົນ (11 ມິຖຸນາຂອງທຸກໆປີ) ເປັນຄັ້ງທຳອິດໄດ້ຈັດຂຶ້ນ ໂດຍອີງໃສ່ການລວບລວມຂໍ້ມູນຈາກ 100 ປະເທດ ແລະ ໄດ້ຮຽບຮຽງໃນໄລຍະປີ 2010 ຫາປີ 2023, ໃນຈຳນວນເດັກນ້ອຍ 400 ລ້ານຄົນ, ມີ 330 ລ້ານຄົນຕ້ອງຮັບບັນດາຮູບການໃຊ້ຄວາມຮຸນແຮງດ້ານຮ່າງກາຍ. 
ວັນ​ລະ​ຫລິ້ນ​ສາ​ກົນ 11 ມິ​ຖຸ​ນາ: UNICEF ຮຽກ​ຮ້ອງ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຮັບ​ປະ​ກັນ​ການ​ລະ​ຫລິ້ນ​ໃຫ້​ແກ່​ເດັກ​ນ້ອຍ - ảnh 1(ພາບປະກອບ: TTXVN )

ຕາມກອງທຶນເພື່ອເດັກ ສະຫະປະຊາຊາດ (UNICEF) ແລ້ວ, ມີເດັກນ້ອຍ ເກືອບ 400 ລ້ານຄົນ ໃນເກນອາຍຸຕ່ຳກວ່າ 5 ປີ - ເທົ່າກັບປະມານ 60% ຈຳນວນເດັກເກນອາຍຸນີ້ໃນທົ່ວໂລກ ກຳລັງຖືກໃຊ້ຄວາມຮຸນແຮງດ້ານຈິດໃຈ ແລະ ຮ່າງກາຍ ຢູ່ໃນຄອບຄົວຂອງຕົນເອງ. ຕາມບົດລາຍງານຂອງ (UNICEF) ເນື່ອງໃນໂອກາດວັນລະຫລິ້ນສາກົນ (11 ມິຖຸນາຂອງທຸກໆປີ) ເປັນຄັ້ງທຳອິດໄດ້ຈັດຂຶ້ນ ໂດຍອີງໃສ່ການລວບລວມຂໍ້ມູນຈາກ 100 ປະເທດ ແລະ ໄດ້ຮຽບຮຽງໃນໄລຍະປີ 2010 ຫາປີ 2023, ໃນຈຳນວນເດັກນ້ອຍ 400 ລ້ານຄົນ, ມີ 330 ລ້ານຄົນຕ້ອງຮັບບັນດາຮູບການໃຊ້ຄວາມຮຸນແຮງດ້ານຮ່າງກາຍ. ເປັນຫນ້າກ່າວເຕືອນວ່າ ມີເດັກນ້ອຍເກືອບ 500 ລ້ານຄົນ ອາຍຸຕ່ຳກວ່າ 5 ປີ ຍັງຄົງບໍ່ທັນໄດ້ຮັບການປົກປ້ອງຈາກກົດໝາຍ ເຖິງວ່າ ນັບມື້ນັບມີຫລາຍປະເທດຫ້າມການກະທຳລົງໂທດ ດ້ານຮ່າງກາຍຕໍ່ກັບເດັກນ້ອຍ.

ວັນທີ 25 ມີນາ, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາດ້ວຍຄວາມເຫັນດີຂອງມະຕິ ໂດຍ ຫວຽດນາມ ສະເຫນີ ແມ່ນເລືອກເອົາວັນທີ 11 ມິຖຸນາ ທຸກປີ ແມ່ນວັນລະຫລິ້ນສາກົນ. ມະຕິ ໄດ້ຮັບຮູ້ບົດບາດຂອງການລະຫລິ້ນທີ່ມີຕໍ່ການເຕີບໃຫຍ່ດ້ານຮ່າງກາຍ, ທັກສະສັງຄົມ, ຄວາມຮັບຮູ້, ການພົວພັນໃນສັງຄົມ, ຊີວິດດ້ານອາລົມຈິດຢູ່ທຸກເກນອາຍຸ, ຢັ້ງຢືນຄວາມສຳຄັນຂອງການຮັບປະກັນໄດ້ເຂົ້າເຖິງການລະຫລິ້ນ, ການເຄື່ອນໄຫວບັນເທິງສຳລັບສຸຂະພາບດ້ານຮ່າງກາຍ, ຈິດຕະສາດ, ການເຕີບໃຫຍ່ຂອງເດັກນ້ອຍ ແລະ ຊາວຫນຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ