ວັນສິ່ງແວດລ້ອມໂລກ 5/6: ຫວຽດນາມ ເປັນເຈົ້າການກ້າວເຂົ້າສູ່ທົດສະວັດຟື້ນຟູລະບົບຊີວະພາບ

(VOVWORLD) -ອະນຸລັກຮັກສາ ແລະ ຟື້ນຟູ ບັນດາລະບົບຊີວະພາບໃນທົ່ວໂລກ ເພື່ອຜົນປະໂຫຍດຂອງມະນຸດ ແລະທຳມະສາດ. 
ວັນສິ່ງແວດລ້ອມໂລກ  5/6: ຫວຽດນາມ ເປັນເຈົ້າການກ້າວເຂົ້າສູ່ທົດສະວັດຟື້ນຟູລະບົບຊີວະພາບ - ảnh 1(ພາບປະກອບ: ຫນັງສືພິມ ເສດຖະກິດສິ່ງແວດລ້ອມ)

ນີ້ແມ່ນສານຂອງລາຍການສິ່ງແວດລ້ອມ ສປຊ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ ດ້ວຍຫົວຂໍ້ “ຟື້ນຟູລະບົບຊີວະພາບ”.

ກ້າວເຂົ້າສູ່ “ທົດສະວັດຟື້ນຟູລະບົບຊີວະພາບ”, ຫວຽດນາມ ໄດ້ມີບັນດາມາດຕະການເພື່ອເປັນເຈົ້າການປະຕິບັດບັນດາເປົ້າໝາຍລວມຂອງສາກົນ ກ່ຽວກັບການອະນຸລັກຮັກສາຊີວະນາໆພັນ. ຄວາມເປັນເຈົ້າການອາດຈະປະຕິບັດຜ່ານເລື່ອງສ້າງບັນດາກົນໄກນະໂຍບາຍໃຫມ່,ຜັນຂະຫຍາຍປະຕິບັດບັນດາຍຸດທະສາດ, ແຜນການ, ລາຍການ, ແຜນຮ່າງກ່ຽວກັບການອະນຸລັກຮັກສາ ນຳໃຊ້ຊີວະນາໆພັນແບບຍືນຍົງ, ຟື້ນຟູບັນດາລະບົບປ່າ, ທະເລ, ດິນຖືກນ້ຳຖ້ວມຖືກຊຸດໂຊມ, ອະນຸລັກຮັກສາສັດສາວາສິ່ງ ແລະ ແຫລ່ງ gen ຢ່າງມີປະສິດທິຜົນ.

ທ່ານ ຫວໍຕວັນເຍີນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ:

“ເນື່ອງໃນໂອກາດນີ້ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຮຽກຮ້ອງບັນດາກະຊວງ, ຄະນະ, ຂະແຫນງການ ບັນດາທ້ອງຖິ່ນ ສຸມໃສ່ວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງຊີວະນາໆພັນ ຢູ່ຫວຽດນາມ. ບົນຈິດໃຈອະນຸລັກຮັກສາສັດ, ພືດ ຫາຍາກ ແລະບໍ່ໄດ້ນຳໃຊ້ ສັດປະເພດຊື່ງກົດໝາຍໄດ້ຫວງຫ້າມ, ໃນນັ້ນ ມີກົດໝາຍວ່າດ້ວຍການອະນຸລັກຮັກສາຊີວະນາໆພັນ.”

ຕອບກັບ

ຂ່າວ/ບົດ​ອື່ນ