ວັນສິ່ງແວດລ້ອມໂລກປີ 2020 (05/06)

(VOVWORLD) - ວັນທີ 04 ມິຖຸນາ, ຕາມຂໍ້ມູນຂ່າວຈາກສູນການສຶກສາທຳມະຊາດ (ENV) ແລ້ວ, ຫົວເລື່ອງຂອງວັນສິ່ງແວດລ້ອມໂລກ 2020 (ວັນທີ 05 ມິຖຸນາ) ແມ່ນ “ການກະທຳເພື່ອທຳມະຊາດ” (Time for nature). 
ວັນສິ່ງແວດລ້ອມໂລກປີ 2020 (05/06) - ảnh 1

ສານດັ່ງກ່າວ ແມ່ນມີຄວາມໝາຍທີ່ສຸດ ໃນສະພາບການໂລກພວມປະເຊີນໜ້າກັບສະພາບລະບົບຊີວະນາໆພັນ ແລະ ກຸ່ມສັດປ່າຫລຸດລົງຢ່າງຮ້າຍແຮງ ແລະ ວ່ອງໄວ. ເມື່ອແບ່ງປັນກ່ຽວກັບຫົວເລື່ອງຂອງວັນສິ່ງແວດລ້ອມໂລກປີນີ້, ທ່ານ ຫວໍຕ໊ວນເຍິນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ:

        “ຫົວເລື່ອງຂອງວັນສິ່ງແວດລ້ອມໂລກປີນີ້ ໄດ້ຮັບການຄັດເລືອກຈາກໂຄງການສິ່ງແວດລ້ອມສະຫະປະຊາຊາດ ນັ້ນແມ່ນ “ການກະທຳເພື່ອທຳມະຊາດ” ດ້ວຍຈຸດປະສົງແມ່ນຢາກຊຸກຍູ້ບັນດາປະເທດ ໃຫ້ຄຳໝັ້ນສັນຍາອະນຸລັກຮັກສາ ແລະ ຟື້ນຟູຊີວະນາໆພັນ ໂດຍຜ່ານບັນດາມາດຕະການ ເພື່ອແນໃສ່ຟື້ນຟູລະບົບຊີວະພາບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັກສາຊັບພະຍາກອນນ້ຳ, ອະນຸລັກຮັກສາທຳມະຊາດ ແລະ ຊີວະ ນາໆພັນໃຫ້ມີການພັດທະນາແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະກັດກັັ້ນການຄ້າຂາຍ, ຈຳໜ່າຍບັນດາຜະລິດຕະພັນຈາກສັດປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ