“ວັນສີສົ້ມ ຫວຽດນາມ” ຄັ້ງທີ 3 ຢູ່ ຍີ່ປຸ່ນ

“ວັນສີສົ້ມ ຫວຽດນາມ” ຄັ້ງທີ 3 ຢູ່ ຍີ່ປຸ່ນ - ảnh 1
“ວັນ​ສີ​ສົ້ມ ຫວຽດນາມ”

(vovworld) – ຕອນ​ບ່າຍ​ວັນ​ທີ 10/8, ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ໄດ້​ຈັດ​ຕັ້ງ “ວັນ​ສີ​ສົ້ມ ຫວຽດນາມ” ຄັ້ງ​ທີ 3 ຢູ່​ຫໍ​ວັດທະນະທຳ Musashino  ທີ່ນະຄອນຫຼວງ ​ໂຕ​ກຽວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ​ຂອງ​ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​​ໃຈ​ແບ່ງປັນ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດນາມ, ​ໃນ​ປີ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ 2013. ດ້ວຍ​ຫົວ​ຂໍ້ “ສົ​ງຄາມ ຫວຽດນາມ ບໍ່​ທັນ​ສິ້ນ​ສຸດ​”, ຄະນະ​ຈັດ​ຕັ້ງ​ລາຍການ​ໄດ້​ຍົກ​ອອກ​ສານ​​ແຫ່ງ​ສັນຕິພາບ, ວິ​ໄສ​ທັດ​ທີ່​ຈະ​ແຈ້ງ​ກ່ວາ​ກ່ຽວ​ກັບ​ບັນດາ​ຜົນ​ຮ້າຍ​ຢ່ອນ​ຫຼັງຂອງ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ​ເຊິ່ງກອງທັບ ອາ​ເມ​ລິ​ກາ ​ໄດ້​ນຳ​ໃຊ້​ໃນ​ປາງ​ສົງຄາມຢູ່ ຫວຽດນາມ, ກໍ່​ຄື​ຄວາ​ມ​ເຈັບປວດ​ທີ່​ບໍ່​ມີ​ຫຍັງ​ສາມາດຊົດ​ເຊີຍ​ໄດ້ ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ​ເນື້ອ​ໃນ “ວັນ​ສີ​ສົ້ມ ຫວຽດນາມ” ຄັ້ງ​ທີ 3 ລວມມີ 3 ພາກ​ຕົ້ນ​ຕໍ່​ຄື: ສາຍຮູບ​ເງົາ, ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ​ແລະ ການ​ສະ​ແດງ​ດົນຕີ​ປະສານ​ສຽງ​ເພື່ອ​ການກູ້​ສົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ