ວັນ​ສາ​ກົນ​ຕ້ານ​ການ​ຂຸ​ດ​ຄົ້ນ IUU: ການ​ຫາ​ປາ IUU ເຮັດ​ໃຫ້​ເສຍ​ຫາຍປາ 11 – 26 ລ້ານ​ໂຕນ/ປີ

(VOVWORLD) - ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຍິ່ງຂອງພາລະກິດແຫ່ງການຕ້ານ IUU ຕໍ່ການອະນຸລັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນມະຫາສະໝຸດ, ກໍ່ຄືການຄ້ຳປະກັນດ້ານສະບຽງອາຫານ ແລະ ພື້ນຖານເສດຖະກິດຂອງຫຼາຍປະເທດ.
ວັນ​ສາ​ກົນ​ຕ້ານ​ການ​ຂຸ​ດ​ຄົ້ນ IUU: ການ​ຫາ​ປາ IUU ເຮັດ​ໃຫ້​ເສຍ​ຫາຍປາ 11 – 26 ລ້ານ​ໂຕນ/ປີ - ảnh 1ພາບປະກອບ: AFP/TTXVN

ພາຍຫຼັງ ສະມັດຊາໃຫຍ່ ສປຊ ປະກາດວັນທີ 5/6/2017 ແມ່ນວັນສາກົນ ຕ້ານການຂຸດຄົ້ນການຫາປາແບບຜິດກົດມາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ມາເປັນເວລາ 7 ປີ, ບັນດາປະເທດ ແລະ ຄູ່ຮ່ວມມື ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ສືບຕໍ່ນຳໜ້າໃນພາລະກິດນີ້. ຕາມບັນດານັກຄົ້ນຄ້ວາແລ້ວ, ການເຄື່ອນໄຫວຫາປາ IUU ໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດໃນແຕ່ລະປີຄາດວ່າຂຶ້ນເຖິງ 50 ຕື້ USD ໃນທົ່ວໂລກ. ຕາມອົງການທັນຍາຫານ ແລະ ກະເສດ ສປຊ (FAO) ແລ້ວ, ໃນຈຳນວນປາ 5 ໂຕຖືກຫາໃນໂລກ ຈະມີ 1ໂຕແມ່ນຫາປາ IUU, ກໍ່ຜົນເສຍຫາຍປາປະມານ 11 – 26 ລ້ານໂຕນ/ປີ. ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຍິ່ງຂອງພາລະກິດແຫ່ງການຕ້ານ IUU ຕໍ່ການອະນຸລັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນມະຫາສະໝຸດ, ກໍ່ຄືການຄ້ຳປະກັນດ້ານສະບຽງອາຫານ ແລະ ພື້ນຖານເສດຖະກິດຂອງຫຼາຍປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ.

ພາລະກິດແຫ່ງການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິລັດຕາມຂໍ້ກຳນົດ ຍັງໄດ້ປະກອບສ່ວນເຂົ້າໃນການຕ້ານໄພກົດຂີ່ຂຸດຮີດແຮງງານ ຍ້ອນບັນດາການຫາປາ IUU ເຄີຍນຳໃຊ້ແຮງງານມີຄວາມສ່ຽງສູງກ່ວາໝູ່ ແລະ ກຸ່ມຄົນທີ່ປະສົບກັບຄວາມຫຍຸງຍາກຖືກຈອບອ່ອຍຂຶ້ນກຳປັ່ນ ແລະ ຖືກຕິດຄ້າງໃນກຳປັ່ນມາເປັນເວລາຫຼາຍປີ ໃນເງື່ອນໄຂຖືກສວຍໃຊ້, ຂາດການເບິ່ງແຍງດູແລທາງການແພດ ແລະ ຂາດທາດໂພຊະນາການ.

ຕອບກັບ

ຂ່າວ/ບົດ​ອື່ນ