ວັນສາກົນເພື່ອການສຶກສາ 2023: ເພື່ອສິດໄດ້ໄປໂຮງຮຽນຂອງເດັກຍິງຢູ່ ອາບການິດສະຖານ

(VOVWORLD) - ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ກະຕຸກຊຸກຍູ້ປະຊາຄົມສາກົນສະແດງຄວາມຮັບຜິດຊອບເພື່ອແນໃສ່ຮັບປະກັນບັນດາສິດທິຂອງແມ່ຍິງ ແລະ ເດັກຍິງຢູ່ ອາບການິດສະຖານ

ດ້ວຍຫົວຂໍ້ “ລົງທຶນໃຫ້ມະນຸດ, ບຸລິມະສິດການສຶກສາ”, ສປຊ ໄດ້ສະຫງວນວັນສາກົນເພື່ອການສຶກສາ (24 ມັງກອນ) ປີນີ້ໃຫ້ແກ່ບັນດາເດັກຍິງ ແລະ ແມ່ຍິງ ຢູ່ ອາບການິດສະຖານ, ເຊິ່ງເປັນບຸກຄົນຖືກປົດສິດທິໄດ້ຮັບການສຶກສາ.

        ໃນສານເນື່ອງໃນໂອກາດນີ້, ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ກະຕຸກຊຸກຍູ້ປະຊາຄົມສາກົນສະແດງຄວາມຮັບຜິດຊອບເພື່ອແນໃສ່ຮັບປະກັນບັນດາສິດທິຂອງແມ່ຍິງ ແລະ ເດັກຍິງຢູ່ ອາບການິດສະຖານ ໄດ້ຮັບການຟື້ນຟູໃນທັນທີ. ຕາມ ທ່ານນາງ Audrey Azoulay ແລ້ວ, ການສຶກສາແມ່ນສິດທິພື້ນຖານຂອງມະນຸດ ແລະ ຕ້ອງໄດ້ຮັບການເຄົາລົບນັບຖື.

        ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍ່ຮຽກຮ້ອງລົງທຶນເຂົ້າການພັດທະນາມະນຸດ ແລະ ບຸລິມະສິດການສຶກສາ, ຍ້ອນມີພຽງການສຶກສາຕະຫຼອດຊີວິດຈຶ່ງອາດຈະມ້າງທຳລາຍຄວາມທຸກຍາກ, ປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ກະກຽມໃຫ້ອະນາຄົດທີ່ດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ