“ວັນຫວຽດນາມ”ຢູ່ນິວຊີແລນໄດ້ດຳເນີນຢ່າງຄຶກຄື້ນມ່ວນຊື່ນ

“ວັນຫວຽດນາມ”ຢູ່ນິວຊີແລນໄດ້ດຳເນີນຢ່າງຄຶກຄື້ນມ່ວນຊື່ນ - ảnh 1
ລາຍການສີລະປະ (ພາບ: ສະຖານທູດ)

(vovworld) - ​ ​ ​ ທີ່​ນະຄອນຫລວງ Wellington, ສະຖານທູດ ຫວຽດນາມ ປະ​ຈຳ ນິວ​ຊີ​ແລນ ຫາ​ກໍ່​ສົມທົບ ​ແລະ ອຸປະຖຳ​ໃຫ້​ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Victoria – Wellington ຈັດ​ຕັ້ງ​ “ວັນ ຫວຽດນາມ” ​ດ້ວຍ​ຫົວ​ຂໍວ່າ​້ “​​ໄລຍະທາງ​​ແຫ່ງບ້ານ​ເກີດ​ເມືອງ​ນອນ”. ນີ້​ແມ່ນ​ເຫດ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊິ່ງຮັບ​ການ​ໄດ້​ຈັດ​ຕັ້ງ​ປະຈຳ​ປີ​ຢູ່ Wellington ​ເພື່ອ​ແນ​ໃສ່​ໂຄສະນາ​ຮູບ​ພາບ​ປະ​ເທດຊາດ ​ແລະ ຊາວ ຫວຽດນາມ ​ເຖິງ​ນັກ​ສຶກສາ, ປະຊາຊົນ​ປະຈຳ​ຖິ່ນ ​ແລະ ​ເພື່ອນ​ມິດສາ​ກົນ.

        ກ່າວ​ຄຳ​ເຫັນ​ທີ່​ເຫດການ, ທ່ານ ຫງວຽນ​ຫວຽດຢຸງ ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ນິວຊີ​ແລນ ​ຊີ້​ແຈ້ງວ່າ “ວັນ ຫວຽດນາມ” ຢູ່ Wellington ບໍ່​ພຽງ​ແຕ່​ແມ່ນ​ລາຍການ​ສຳຄັນ​ຊ່ວຍ​ປະຊາຊົນ 2 ປະ​ເທດ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ນິວຊີ​ແລນ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຂົວ​ເຊື່ອມ​ຕໍ່​ທີ່​ສະໜິດ​ຕິດ​ພັນ​ບັນດາຊາວ​ ຫວຽດນາມ ທີ່​ຢູ່ຫ່າງໄກຈາກ​ບ້ານ​ເກີ​ດ​ເມືອ​ງນອນ​ໃຫ້​ມີ​ຄວາມ​ສາມັກຄີ​ກ່ວາ​ອີກ. ລາຍການ “ວັນ ຫວຽດນາມ 2016” ​ໄດ້ດຶງ​ດູດ​ແຂກ​​ເຂົ້າ​ຮ່ວມ​​ເປັນຈຳນວນ​ຫລວງຫລາຍ ​ແລະ ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​​ໃຫ້​ແກ່​ເພື່ອ​ນມິດປະ​ເທດ​ປະຈຳ​ຖິ່ນ ​ແລະ ສາກົນ

 

ຂ່າວ/ບົດ​ອື່ນ