“ວັນອາທິດແດງ”ແມ່ນເຫດການມະນຸດສະທຳມີຄວາມໝາຍໃຫຍ່ຫຼວງ

“ວັນອາທິດແດງ”ແມ່ນເຫດການມະນຸດສະທຳມີຄວາມໝາຍໃຫຍ່ຫຼວງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ​ກ່າ​ວ​ຄ​ຳ​ເຫັນ​ທີ່​ພິ​ທີ

(vovworld) -​ ຜ່ານ​ໄລ​ຍະ 8 ປີ​ຈັດ​ຕັ້ງ​ຢ່າງ​ລຽນ​ຕິດ (2009 – 2016), ລາຍ​ການ “ວັນ​ອາ​ທິດ​ແດງ” ໄດ້​ກາຍ​ເປັນ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ປະ​ຈຳ​ປີ, ມັນ​ໄດ້​ດຶງດ​ູ​ດຫຼາຍ​ອົງ​ການ, ຫົວ​ໜ່ວຍ ແລະ ສ່ວນ​ບຸກ​ຄົນ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວ​ມ​ບໍ​ລິ​ຈາກ​ເລືອກ​ເພື່ອ​ຄົນ​ເຈັບ​ຕ້ອງ​ການ​ເລືອດ. ປີ​ນີ້, ການ​ເຄື່ອນ​ໄຫວນີ້​ໄດ້​ຈັດ​ຕັ້ງ​ຢູ່ 25 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ສະ​ຖານ​ທີ່​ບໍ​ລິ​ຈາກ​ເລືອກ​ອາ​ສາ​ສະ​ໝັກ 40 ແຫ່ງ, ສະ​ໜອງ​ປະ​ລິ​ມາ​ນ​ເລືອດ​ສຳ​ຮອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊ​າ​ດ 2017.

        ຕອນ​ເຊົ້າ​ວັນ​ທີ 8/1/2017, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ວັນ​ບຸນ “ວັນ​ອາ​ທິດ​ແດງ” ຄັ້ງ​ທີ 9 ປີ 2017 ດ້ວຍ​ຫົວ​ຂໍ​້​ວ່າ ບໍ​ລິ​ຈາກ​ເລືອດກອບ​ກູ້​ຊີ​ວິດ​ມະ​ນຸດ “ຊີ​ວິດ​ອີນ​ຊີ​ຂອງ​ເພື່ອນ ແລະ ຂອງ​ຂ້ອຍ”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່ວ​າ​ບີ່ງ ໄດ້​ຕີ​ລາ​ຄາ​ວ່າ​ວັນ​ບຸນ “ວັນ​ອາ​ທິດ​ແດງ” ແມ່ນ​ເຫດ​ການ​ມະ​ນຸດ​ສະ​ທ​ຳ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ, ມີ​ຂອບ​ຂະ​ໜາດ ແລະ ມີ​ກຳ​ລັງ​ແຜ່​ຂະ​ຫຍາຍ​ເລິກ​ເຊິ່ງ ກ້​ວາງ​ຂວາງ ໃນ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຂະ​ບວນ​ການ​ບໍລິ​ຈາກ​ເລືອດ​ຂອງ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ ເຊື່ອ​ໝັ້ນ​ວ່າ ປີນີ້​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ຈະ​​ໄດ້ຮັບ​ເລືອດ​ບໍ​ລິ​ຈາກ 25.000 ຖົງຄື​ແຜນ​ການ​ໄດ້​ວາງ​ອອກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີປາດ​ຖະ​ໜາ​ວ່າ ບັນ​ດາ​ຂະ​ບວນ​ການ, ລາຍ​ການ​ບໍ​ລິ​ຈາກ​ເລືອດ​ຄື “ວັນ​ອາ​ທິດ​ແດງ”, ງານ​ບຸນ​ລະ​ດູ​ບານ​ໃໝ່​ແດງ, ຂະ​ບວນ​ການ​ແດງ ຈະ​ພັດ​ທະ​ນາ​ຢ່າງ​ກ້​ວາ​ງ​ຂວາງ ແລະ ຍືນ​ຍົງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ