ວິ​ນາດ​ສະ​ກຳ​ລູກ​ລະ​ເບີດ​ປະ​ລະ​ມາ​ນູ Hiroshima – Nagasaki ແລະ​ສານ​ສັນ​ຕິ​ພາບ​ຂອງ ຍີ່​ປຸ່ນ

(VOVWORLD) - ວັນທີ 6 ສິງຫາປີ 1945, ລູກລະເບີດປະລະມານູ ລູກທຳອິດ ມີຊື່ວ່າ Little Boy ໄດ້ຈູດເຜົາທ້ອງຟ້າ ນະຄອນ Hiroshima ຂອງຍີ່ປຸ່ນ, ແລະ 3 ວັນພາຍຫລັງນັ້ນ Nagasaki ພັດຖືກຈູດເຜົາຈາກ ລູກລະເບີດປະລະມານູ ຫນ່ວຍທີ 2 ມີຊື່ວ່າ Fat Man. 79 ປີໄດ້ຜ່ານໄປ ແຕ່ສານກ່ຽວກັບສັນຕິພາບ, ກ່ຽວກັບໂລກປອດອາວຸດນິວເຄຼຍ ໂດຍປະຊາຊົນ ຍີ່ປຸ່ນ ຍັງໄດ້ສົ່ງເຖິງໂລກຢ່າງລຽນຕິດ ເນື່ອງໃນໂອກາດຊຸມມື້ນີ້.
ວິ​ນາດ​ສະ​ກຳ​ລູກ​ລະ​ເບີດ​ປະ​ລະ​ມາ​ນູ Hiroshima – Nagasaki ແລະ​ສານ​ສັນ​ຕິ​ພາບ​ຂອງ ຍີ່​ປຸ່ນ - ảnh 1Nagasaki ພາຍຫຼັງຖືກຈູດເຜົາຈາກ ລູກລະເບີດປະລະມານູ (ພາບ:  History)

ເກືອບ 8 ທົດສະວັດຜ່ານມາ, ສຳລັບປະຊາຊົນ Hiroshima  ແລະ Nagasaki ເວົ້າສະເພາະ  ແລະ ປະຊາຊົນ ຍີ່ປຸ່ນ ເວົ້າລວມ, ຄວາມຊົງຈຳກ່ຽວກັບການສູນເສຍ ແລະ ຄວາມເຈັບປວດ, ຄວາມສະພຶງນັ້ນ ຍັງຄົງຢູ່ເໝືອນເດີມ.

ພິທີລະນຶກ ສັນຕິພາບ ແລະອາໄລຫາບັນດາຜູ້ປະສົບເຄາະຮ້າຍຂອງ ລູກລະເບີດປະລະມານູ ຈັດຂຶ້ນໃນປີນີ້ ຢູ່ Hiroshima ສືບຕໍ່ໄດ້ຮັບການປະຕິບັດຕາມທຳນຽມ ເພື່ອແນໃສ່ສົ່ງສານຕໍ່ຄວາມຄາດຫວັງສັນຕິພາບ.

ແຕ່ລະປີ, ບັນຊີລາຍຊື່ຜູ້ປະສົບເຄາະຮ້າຍຈາກ ລູກລະເບີດປະລະມານູ ຢູ່ Hiroshima  ແລະ Nagasaki ແມ່ນຍາວກວ່າອີກ. ສານຊື່ງ ຍີ່ປຸ່ນ ຢາກສົ່ງເຖິງໂລກ ນັ້ນແມ່ນ: ເມື່ອໃດ ໂລກຍັງມີອາວຸດນິວເຄຼຍ ເວລານັ້ນ ຄວາມສ່ຽງກ່ຽວກັບວິນາດສະກຳ ຍັງຄົງມີຢູ່ ແລະຄວາມເຈັບປວດຈະບໍ່ແມ່ນສະເພາະຜູ້ໃດຫນຶ່ງ. ໂລກຄວນຖອດຖອນບົດຮຽນກ່ຽວກັບວິນາດສະກຳທິ່ຮ້າຍແຮງນອງເລືອດຢູ່ Hiroshima ແລະ Nagasaki.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ