ວັນເຂດດິນທາມໂລກ 02 ກຸມພາ: ຈົ່ງຮັກຫອມ, ປົກປັກຮັກສາ ແລະ ຟື້ນຟູບັນດາເຂດດິນທາມ

(VOVWORLD) -ຫວຽດນາມ ມີເຂດດິນທາມເກືອບ 12 ລ້ານເຮັກຕາ. ຫວຽດນາມ ແມ່ນປະເທດຢືນອັນດັບ 50 ໃນໂລກ ແລະ ທຳອິດຂອງພາກພື້ນ ອາຊຽນ ເຂົ້າຮ່ວມສົນທິສັນຍາ Ramsar ນັບແຕ່ປີ 1989.
ວັນເຂດດິນທາມໂລກ 02 ກຸມພາ: ຈົ່ງຮັກຫອມ, ປົກປັກຮັກສາ ແລະ ຟື້ນຟູບັນດາເຂດດິນທາມ - ảnh 1(ພາບ: TTXVN)

ຫົວເລື່ອງຂອງວັນເຂດດິນທາມໂລກປີນີ້ແມ່ນ “ເພື່ອມະນຸດ ແລະ ທຳມະຊາດ: ຈົ່ງຮັກຫອມ, ປົກປັກຮັກສາ ແລະ ຟື້ນຟູບັນດາເຂດດິນທາມ” ເພື່ອແນໃສ່ຮຽກຮ້ອງການເພີ່ມທະວີຄວາມມານະພະຍາຍາມ ແລະ ການລົງທຶນເຂົ້າໃນການອະນຸລັກຮັກສາ, ຄຸ້ມຄອງ ແລະ ຟື້ນຟູບັນດາເຂດດິນທາມ. ນີ້ແມ່ນມາດຕະການແກ້ໄຂຢ່າງມີປະສິດທິຜົນເພື່ອແນໃສ່ສະກັດກັ້ນວິກິດການດິນຟ້າອາກາດ ແລະ ຊີວະນາໆພັນ ຍ້ອນບັນດາເຂດດິນທາມພວມສູນຫາຍໄປໄວກວ່າທົບ 3 ເທົ່າເທື່ອທຽບໃສ່ເຂດປ່າ ແລະ ແມ່ນລະບົບຊີວະພາບຖືກນາບຂູ່ຫຼາຍກວ່າໝູ່ໃນໜ່ວຍໂລກ. ຕາມອົງການສາກົນເພື່ອການອະນຸລັກທຳມະຊາດ (ກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະນາກອນ ແລະ ສິ່ງແວດລ້ອມ) ແລ້ວ, ຫວຽດນາມ ມີເຂດດິນທາມເກືອບ 12 ລ້ານເຮັກຕາ. ຫວຽດນາມ ແມ່ນປະເທດຢືນອັນດັບ 50 ໃນໂລກ ແລະ ທຳອິດຂອງພາກພື້ນ ອາຊຽນ ເຂົ້າຮ່ວມສົນທິສັນຍາ Ramsar ນັບແຕ່ປີ 1989. ກວ່າ 30 ປີທີ່ໄດ້ເຂົ້າຮ່ວມສົນທິສັນຍາກ່ຽວກັບບັນດາເຂດດິນທາມ, ຫວຽດນາມ ໄດ້ປະກາດໃຊ້ເອກະສານກ່ຽວຂ້ອງຄຸ້ມຄອງເຂດດິນທາມຫຼາຍສະບັບ, ສ້າງພື້ນຖານນິຕິກຳໃນການຄຸ້ມຄອງ ແລະ ພັດທະນາເຂດດິນທາມແບບຍືນຍົງຢູ່ ຫວຽດນາມ. ຫວຽດນາມ ກໍ່ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອອະນຸລັກຮັກສາ ແລະ ນຳໃຊ້ເຂດດິນທາມຢ່າງສະຫຼາດຄ່ອງແຄວໃນທົ່ວປະເທດ; ຍົກສູງສະຕິ ແລະ ຄວາມຮັບຜິດຊອບຂອງປະຊາຄົມໃນການນຳໃຊ້, ອະນຸຮັກສາຊັບພະຍາກອນເຂດດິນທາມ.

ຕອບກັບ

ຂ່າວ/ບົດ​ອື່ນ