ວັນເຮັດວຽກທີ2ກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກຊຸດທີ11

ວັນເຮັດວຽກທີ2ກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1

ກອງ​ປະຊຸມ​ຄັ້ງ​ທີ13ປຶກສາຫຼາຍບັນຫາສຳຄັນຍື່ນກອງປະຊຸມໃຫຍ່ຄັ້ງທີ 12

(vovworld) - ຕອນ​ເຊົ້າ​ວັນ​ທີ 15/12, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮັບ​ເອົາ​ຄວາມ​ເຫັນ​ປະກອບ ຂອງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ, ສະມາຊິກ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ ​ໃສ່​ຮ່າງ​ເອກະສານ​ ບົດລາຍ​ງານ​ການ​ເມືອງ ​ແລະ ຮ່າງ​ເອກະສານ​ ບົດລາຍ​ງານ​ຕີ​ລາຄາ​ໜາກຜົນ ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ ເສດຖະກິດ-ສັງຄົມ ​ໄລຍະ 5 ປີ 2011-2015 ​ແລະ ທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ​ໄລຍະ 5 ປີ (2016-2020). ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເປັນ​ປະທານ, ບໍລິຫານ​ວາລະ​ປະຊຸມ.

ຕອນ​ບ່າຍ, ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ໄດ້​ອ່ານ​ຮ່າງ​ເອກະສານ​ ບົດລາຍ​ງານ​ສຳ​ຫຼວດກວດກາການ​ຊີ້​ນຳ-ນຳພາ​ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11; ​ໃບ​ສະ​ເໜີ​ກ່ຽວ​ກັບ​ຮ່າງ​ເອກະສານ​ ບົດສະຫຼຸບລາຍ​ງານ​ ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເປັນ​ປະທານ, ບໍລິຫານ​ວາລະ​ປະຊຸມ.

ຫຼັງ​ຈາກ​ນັ້ນ, ຄະນະ​ບໍລິຫານງານ​ສູນ​ກາງ​ພັກ​ໄດ້​ປຶກສາ​ຫາລື​​ເນື້ອ​ໃນ​ດັ່ງກ່າວຢູ່​ໜ່ວຍ.

ຂ່າວ/ບົດ​ອື່ນ