ວັນແຂ່ງຂັນສຸດທ້າຍຂອງທິມຊາດແລ່ນແລະລານຫວຽດນາມ

ວັນແຂ່ງຂັນສຸດທ້າຍຂອງທິມຊາດແລ່ນແລະລານຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/6, ​ແມ່ນວັນ​ແຂ່ງຂັນ​ສຸດ​ທ້າຍ​ຂອງ​ທິມຊາດ​ແລ່ນ​ແລະ​ລານ​ຫວຽດນາມຢູ່​ຊີ​ເກັມ 28 ​ແລະ ຄະນະ​ນັກ​ກິລາ​ຫວຽດນາມ​ ຈະ​ມີ​ນັກກິລາ 1 ຄົນ​ແຂ່ງຂັນ​ເພື່ອ​ຮັກສາ​ນາມມະຍົດ​ຊະນະ​ເລີດ, ນັ້ນ​ແມ່ນ ​ເຢືອງທິຫວຽດ​ແອ​ງ ຈະ​ແຂງ​ຂັນ​ເຕັ້ນ​ໂດດ​ສູງ​ສຳລັບ​ນັກ​ກິລາ​ຍິງ​ພ້ອມ​ກັບ​ນາງ​ ຟ້າ​ມທິຢຽມ.

        ​ວັນ​ທີ 12/6, ໃນ​ການ​ແຂ່ງຂັນ rowing, ບັນດາ​ນັກ​ກິລາ​ຫວຽດນາມ ຈະ​ແຂ່ງ​ແຂງ​ໃນ​ໄລຍະ​ 1000 ​ແມັດ, ດ້ວຍ 9 ​ເນື້ອ​ໃນ. ກິລາ​ປະ​ເພດ​ອື່ນ​ທີ່​ຄະນະ​ນັກ​ກິລາ​ຫວຽດນາມ ສາມາດ​ໄດ້​ຮັບ​ຫຼຽນ​ຄຳ​ນັ້ນ​ແມ່ນ ​ເຕກວນ​ໂດ, ດ້ວຍ 3 ​ເນື້ອ​ໃນ.

        ບັນດາ​ປະ​ເພດ​ກິລາ​ທີ່​ຍັງ​ເຫຼືອ, ​ເຊິ່ງຄະນະ​ນັກ​ກິລາ​ຫວຽດນາມ ຈະ​ແຂ່ງຂັນ​ໃນ​ວັນ​ທີ 12/6 ນັ້ນ​ແມ່ນ: ບານບ້ວງ, ບານ​ສົ່ງ, ​ແຂ່ງຂັນ​ລົດຖີບ, ຍິງ​ທະນູ 3 ສາຍ, ​ເທ​ນນິດ​ຄູ່​ຍິງ, ກະຕໍ້, ​ເປ​ຕັງ, ກອຟ, ​ໂບລິງ… ສ່ວນ​ຍິງ​ປືນ​ມີ​ພຽງ​ເນື້ອ​ໃນ​ດຽວ​ແມ່ນຍິງ​ໄລຍະ 50 ​ແມັດ​ສຳລັບ​ນັກ​ກິລາ​ຍິງ​ເທົ່າ​ນັ້ນ.

 

ຂ່າວ/ບົດ​ອື່ນ