ວັນແລ່ນ Olympic ບັກນີງ ຕອບສະໜອງງານມະຫາກຳກິລາ Asiad 18

(VOVWORLD) - ວັນແລ່ນຕອບສະໜອງ Asiad 18 ດຶງດູດປະມານ 3.000 ຄົນເຂົ້າຮ່ວມ. ໄປຄຽງຄູ່ກັບການເຄື່ອນໄຫວແລ່ນດັ່ງກ່າວຍັງຈັດຕັ້ງບັນດາການເຄື່ອນໄຫວທີ່ຟົດຟື້ນ

ວັນແລ່ນ Olympic ບັກນີງ ຕອບສະໜອງງານມະຫາກຳກິລາ Asiad 18 - ảnh 1 ວັນແລ່ນ Olympic ຢູ່ບັກນີງ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ວັນທີ 11 ມີນາ, ຢູ່ນະຄອນ ບັກນີງ, ໄດ້ຈັດຕັ້ງວັນແລ່ນ Olympic ບັກນີງ ຕອບສະໜອງງານມະຫາກຳກິລາອາຊີຄັ້ງທີ 18 (Asiad 18), ໃນນັ້ນ ມີລາງວັນແລ່ນຍາດຂັນໜັງສືພິມບັກນີງ ຄັ້ງທີ 22 ປີ 2018.

        ວັນແລ່ນຕອບສະໜອງ Asiad 18 ດຶງດູດປະມານ 3.000 ຄົນເຂົ້າຮ່ວມ. ໄປຄຽງຄູ່ກັບການເຄື່ອນໄຫວແລ່ນດັ່ງກ່າວຍັງຈັດຕັ້ງບັນດາການເຄື່ອນໄຫວທີ່ຟົດຟື້ນ, ດຶງດູດປະຊາຊົນ ແລະ ນັກຮຽນໃນບໍລິເວນແຂວງ ບັກນີງ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍຄື: ຊອກຮູ້ກ່ຽວກັບ Asiad; ສະແດງກິລາມວຍປ້ຳ…

        ສະເພາະລາງວັນແລ່ນຍາດຂັນໜັງສືພິມ ບັກນີງ ຄັ້ງທີ 22 ປີ 2018 ໄດ້ດຶງດູດນັກກິລານັບຮ້ອຍໆຄົນທີ່ມາຈາກ 11 ຫົວໜ່ວຍໃນທົ່ວແຂວງເຂົ້າຮ່ວມ. ຄະນະຈັດຕັ້ງໄດ້ມອບຂັນຊະນະເລີດໃຫ້ເມືອງ ອຽນຟອງ, ແຂວງ ບັກນີງ.

ຕອບກັບ

ຂ່າວ/ບົດ​ອື່ນ