ວັນແຮງງານສາກົນວັນທີ 1 ພຶດສະພາ: ຄາດວ່າ ຕະຫຼາດແຮງງານມີການປ່ຽນແປງໃຫຍ່

(VOVWORLD) - ການນຳໃຊ້ເຕັກໂນໂລຊີກ້າວໜ້າ ແລະ ການເພີ່ມລະດັບການຫັນເປັນດີຈີຕອນຈະເຮັດໃຫ້ຕະຫຼາດແຮງງານສັບສົນພໍສົມຄວນ
ວັນແຮງງານສາກົນວັນທີ 1 ພຶດສະພາ: ຄາດວ່າ ຕະຫຼາດແຮງງານມີການປ່ຽນແປງໃຫຍ່ - ảnh 1ຕະຫຼາດແຮງງານຢູ່ ອາເມລິກາ
(ພາບ:AFP/TTXVN)

ຕາມໝາກຜົນຂອງການສຳຫຼວດປະກາດໃນວັນທີ 1 ພຶດສະພາ, ໂດຍເວທີປາໄສເສດຖະກິດໂລກ (WEF) ປະຕິບັດແລ້ວ, ມີປະມານ ¼ ຈຳນວນວຽກເຮັດງານທຳໃນປະຈຸບັນຈະມີການປ່ຽນແປງໃນໄລຍະ 7 ປີຈະມາເຖິງ. ບົດລາຍງານ “ອະນາຄົດຂອງວຽກເຮັດງານທຳ” ຂອງ WEF ໃຫ້ຮູ້ວ່າ: ຮອດປີ 2027, ປະມານ 69 ລ້ານວຽກງານຈະໄດ້ສ້າງຂຶ້ນ ແລະ 83 ລ້ານວຽກງານຈະຖືກລົບລ້າງ, ພາໄປເຖິງການຫລຸດຜ່ອນ 2% ຕະຫຼາດແຮງງານໃນປະຈຸບັນ. ການສຳຫຼວດດັ່ງກ່າວອີງຕາມຕົວເລກຈາກປະມານ 800 ບໍລິສັດທີ່ພວມຮັບສະໝັກແຮງງານກ່ວາ 11 ລ້ານຄົນ ແລະ ນຳໃຊ້ຂໍ້ມູນຂ່າວຂອງ 673 ລ້ານວຽກງານ.

        ບົດລາຍງານສະຫລຸບວ່າເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນແມ່ນ 2 ກຳລັງໜູນການສ້າງວຽກງານໃໝ່ ກໍ່ຄືບັນດາວຽກງານຖືກລົບລ້າງໃນປະຈຸບັນ. ການນຳໃຊ້ເຕັກໂນໂລຊີກ້າວໜ້າ ແລະ ການເພີ່ມລະດັບການຫັນເປັນດີຈີຕອນຈະເຮັດໃຫ້ຕະຫຼາດແຮງງານສັບສົນພໍສົມຄວນ. ບັນດາວຽກງານທີ່ຖືກຫລຸດລົງຫຼາຍສຸດແມ່ນພະນັກງານບໍລິການທະນາຄານ, ຜູ້ເກັບເງິນ... ເຊິ່ງແມ່ນບັນດາວຽກງານອາດສາມາດຫັນເປັນອັດຕະໂນມັດ. ໃນຂະນະນັ້ນ, ຄາດວ່າ ຄວາມຕ້ອງການກ່ຽວກັບນັກຊ່ຽວຊານປັນຍາທຽມ ແລະ ນັກຊ່ຽວຊານດ້ານຄວາມໝັ້ນຄົງທາງອິນເຕີເນັດອາດຈະເພີ່ມຂຶ້ນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ