ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຄິດເຖິງຈິດໃຈປະເທດຊາດຄວບຄຸມໂລກລະບາດໂຄວິດ-19

(VOVWORLD) -ວັນທີ 02 ເມສາ, ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ແມ່ນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ປີຊວດ.

ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຄິດເຖິງຈິດໃຈປະເທດຊາດຄວບຄຸມໂລກລະບາດໂຄວິດ-19 - ảnh 1 ວັນໄຫວ້ບູຊາປີນີ້ ໄດ້ຈັດຂຶ້ນພຽງແຕ່ພິທີກຳເທົ່ານັ້ນ, ບໍ່ຈັດງານບຸນ

(ພາບປະກອບ: kinhtedothi.vn)

ວັນໄຫວ້ບູຊາປີນີ້ ໄດ້ຈັດຂຶ້ນພຽງແຕ່ພິທີກຳເທົ່ານັ້ນ, ບໍ່ຈັດງານບຸນ ແຕ່ຕ້ອງຮັບປະກັນລັກສະນະເຄັ່ງຂຶມ, ເຄົາລົບ, ປະຢັດ. ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຖືກດຳເນີນກົງກັບໂອກາດທົ່ວປະເທດພວມສຸມທຸກແຫຼ່ງກຳລັງເພື່ອຄວບຄຸມໂລກລະບາດໂຄວິດ-19.

        ສຳລັບປະຊາຊົນຫຼາຍຄົນ ເມື່ອບໍ່ໄດ້ກັບມາເຂດດິນແດນບັນພະບຸລຸດ, ແຕ່ລະຄົນກໍ່ມີວິທີສະແດງຄວາມເຄົາລົບນັບຖືສະເພາະຂອງຕົນ. ກວ່າ 40 ປີຜ່ານມາ, ປີໃດ ປ້າ ຕ້າທິງິງ, ຢູ່ແຂວງຝູເທາະ ກໍ່ໄປວິຫານຮຸ່ງ ເພື່ອຈູດທູບທຽນບູຊາ, ອາໄລຫາບັນດາເຈົ້າຊີວິດຮຸ່ງ, ແຕ່ປີນີ້ ຄອບຄົວຂອງປ້າໄດ້ປະຕິບັດຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ, ປະຕິບັດການແຍກຕົວຂອງສັງຄົມ ເພື່ອປະກອບສ່ວນຄວບຄຸມໂລກລະບາດໂຄວິດ-19.

        “ຢູ່ເຮືອນ, ຄອບຄົວຂ້າພະເຈົ້າໄດ້ກະກຽມພາເຂົ້າ, ມີເຂົ້າຕົ້ມ, ເຂົ້າໜົມໄຢ່ ເພື່ອອາໄລຫາບັນດາເຈົ້າຊີວິດຮຸ່ງ ຜູ້ທີ່ມີຄຸນງາມຄວາມດີໃນການກໍ່ຕັ້ງປະເທດຊາດ. ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງພັກ, ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ໄດ້ວາງອອກ ແມ່ນຕ້ອງແຍກຕົວຢ່າງໜ້ອຍສຸດເປັນເວລາ 15 ວັນ, ສະນັ້ນ, ພວກຂ້າພະເຈົ້າໄດ້ຢູ່ເຮືອນເພື່ອປະກອບສ່ວນກຳລັງເຫື່ອແຮງຂອງຕົນເຂົ້າໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ປົກປ້ອງຕົນເອງກໍ່ຄືໄດ້ປະກອບສ່ວນເລັກໆນ້ອຍໆເຂົ້າໃນວຽກງານຄວບຄຸມໂລກລະບາດໂຄວິດ- 19”.

ຕອບກັບ

ຂ່າວ/ບົດ​ອື່ນ