“ວິ​ວັດ​ການ​ມະ​ນຸດ​ສະ​ທຳ - ມອບ​ຮັບ​ຄວາມ​ຮັກ​ແພງ” ຢູ່​ແຂວງ ເຊີນ​ລາ

(VOVWORLD) -  ວັນທີ 20 ເມສາ, ຢູ່ຕາແສງ ຝົງລາຍ, ເມືອງທ້ວນເຈົາ, ແຂວງເຊີນລາ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດ “ວິວັດການມະນຸດສະທຳ - ມອບຮັບຄວາມຮັກແພງ” ປີ 2024. 
“ວິ​ວັດ​ການ​ມະ​ນຸດ​ສະ​ທຳ - ມອບ​ຮັບ​ຄວາມ​ຮັກ​ແພງ” ຢູ່​ແຂວງ ເຊີນ​ລາ - ảnh 1ບັນດາທ່ານໝໍໄດ້ກວດພະຍາດ, ໃຫ້ຄຳປຶກສາກ່ຽວກັບການຮັກສາສຸຂະພາບ ໂດຍບໍ່ເກັບຄ່າ (ພາບ: TTXVN)

ໃນລາຍການ, ບັນດາທ່ານໝໍໄດ້ກວດພະຍາດ, ໃຫ້ຄຳປຶກສາກ່ຽວກັບການຮັກສາສຸຂະພາບ ແລະ ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ຜູ້ທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີອາຍຸສູງ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນລວມ 700 ຄົນ ຢູ່ບາງຕາແສງຂອງເມືອງ ທ້ວນເຈົາ.

ກໍໃນວັນດຽວກັນ, ຢູ່ບ້ານ ເຄົາໄລ, ຕາແສງ ຝົງລາຍ, ເມືອງ ທ້ວນເຈົ້າ, ສະພາກາແດງ ແຂວງເຊີນລາ ແລະ ສະພາກາແດງ ເມືອງ ທ້ວນເຈົາ ກໍໄດ້ຈັດພິທີເປີດນຳໃຊ້ ແລະ ມອບ - ຮັບເຮືອນສະພາກາແດງຫຼັງໜຶ່ງໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ.

ກ່ອນໜ້ານັ້ນ, ບັນດາສະມາຊິກໃນຄະນະໄດ້ໄປຖະຫວາຍທູບທຽນ ຢູ່ທີ່ອະນຸສາວະລີ “ປະທານ ໂຮ່ຈີມິນ ກັບພໍ່ແມ່ປະຊາຊົນບັນດາເຜົ່າເຂດ ໄຕບັກ” ແລະ ຖະຫວາຍທູບທຽນຢູ່ ວິຫານບູຊາປະທານ ໂຮ່ຈີມິນ ຢູ່ສະໜາມຫຼວງ ໄຕບັກ, ນະຄອນເຊີນລາ, ແຂວງ ເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ