ວິ​ວັດການ​ເພື່ອ​ສັນ​ຕິ​ພາບ ຂອງນາຍ​ທະ​ຫານ ຫວຽດ​ນາມ

(VOVWORLD) - ຫວຽດນາມ ມີຄວາມເອກອ້າງທະນົງໃຈ ກ່ຽວກັບກຳລັງທະຫານ ຂອງກອງທັບ ແລະ ຕຳຫຼວດປະຊາຊົນ ຫວຽດນາມ, ພ້ອມທັງກ່າວເຕືອນບັນດາພະນັກງານ, ນັກຮົບຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນແຕ່ຕ້ອງປະຕິບັດສຳເລັດໜ້າທີ່.
ວິ​ວັດການ​ເພື່ອ​ສັນ​ຕິ​ພາບ ຂອງນາຍ​ທະ​ຫານ ຫວຽດ​ນາມ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ ມອບຂອງຂວັນຂອງທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ແກ່ກຳລັງ ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ (ພາບ: qdnd.vn)

ວັນທີ 5 ກຸມພາ, ກະຊວງປ້ອງກັນປະເທດໄດ້ ຈັດລາຍການເຊື່ອມຕໍ່ກັບກຳລັງຫວຽດນາມທີ່ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແບບທາງໄກ ເນື່ອງໃນໂອກາດບຸນເຕັດປີມະໂລງ 2024. ດ້ວຍຫົວຂໍ້ “ວິວັດຂະບວນການ ເພື່ອສັນຕິພາບ”, ລາຍການໄດ້ຖ່າຍທອດສົດເຊື່ອມຕໍ່ກັບ 6 ສະຖານທີ່ຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ UNISFA ຢູ່ເຂດ Abyei, ຄະນະປະຕິບັດງານ UNMISS ຢູ່ຊູດັງໃຕ້, ຄະນະປະຕິບັດງານ MINUSCA ຢູ່ ສ.ອາບຟຼິກາກາງ ແລະ ຢູ່ສຳນັກງານ ສປຊ ທີ່ຢູ່ນິວຢອກ, ອາເມລິກາ. ກ່າວຄຳເຫັນທີ່ນະທີ່ນີ້, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະ ຊີ້ນຳ ກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ ເນັ້ນໜັກວ່າ: ຫວຽດນາມ ມີຄວາມເອກອ້າງທະນົງໃຈ ກ່ຽວກັບກຳລັງທະຫານ ຂອງກອງທັບ ແລະ ຕຳຫຼວດປະຊາຊົນ ຫວຽດນາມ, ພ້ອມທັງກ່າວເຕືອນບັນດາພະນັກງານ, ນັກຮົບຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນແຕ່ຕ້ອງປະຕິບັດສຳເລັດໜ້າທີ່, ພິເສດແມ່ນຮັບປະກັນຄວາມປອດໄພໃຫ້ແກ່ບັນດາກຳລັງທີ່ຕັ້ງຖານຢູ່ຄະນະປະຕິບັດງານ ຕໍ່ໜ້າການປະທະກັນ, ການຂາດສະຖຽນລະພາບ ທີ່ພວມເກີດຂຶ້ນຢູ່ ອາບຟຼິກກາ.

ໂດຍແມ່ນແຂກຖືກເຊີນຢູ່ສະຖານທີ່ເຊື່ອມຕໍ່ Abyei, ທ່ານ Nyinkwany Aguer Bol, ລັດຖະມົນຕີກະຊວງ ສຶກສາ Abyei ເນັ້ນໜັກວ່າ: ບັນດານາຍທະຫານ ຫວຽດນາມ ໄດ້ຕັ້ງໜ້າໜູນຊ່ວຍສ້າງຫ້ອງຮຽນ, ຫໍສະໝຸ ແລະ ໜູນຊ່ວຍໂຮງໝໍຂອງທ້ອງຖິ່ນໃນບັນດາໜ້າທີ່ການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ