ວິ​ວັດ​ຂະ​ບວນ​ການ​ເຈ​ລະ​ຈາ​ລະ​ຫວ່າງ ບັນ​ດາ​ຝ່າຍ​ຢູ່​ລີ​ບີພວ​ມ​ມີ​ຄວາມ​ຄ​ືບ​ໜ້າຢ່າງ​ຕັ້ງ​ໜ້າ

(VOVWORLD) -   ວັນທີ 4 ຕຸລາ, ທ່ານນາງ Stephanie Williams ຜູ້ຕາງໜ້າພິເສດຂອງ ສປຊ ກ່ຽວກັບ ລີບີ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຢ່າງຕັ້ງໜ້າໃນບັນດາການເຈລະຈາ ລະຫວ່າງ ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ ລີບີ ທີ່ໄດ້ດຳເນີນຢູ່ນະຄອນ Hurghada ຂອງເອີຢິບ.
ວິ​ວັດ​ຂະ​ບວນ​ການ​ເຈ​ລະ​ຈາ​ລະ​ຫວ່າງ ບັນ​ດາ​ຝ່າຍ​ຢູ່​ລີ​ບີພວ​ມ​ມີ​ຄວາມ​ຄ​ືບ​ໜ້າຢ່າງ​ຕັ້ງ​ໜ້າ - ảnh 1ການເຈລະຕາລະຫວ່າງສອງຝ່າຍກົງກັນຂ້າມກັນ ຢູ່ລີບີ (ພາບ: AFP/TTXVN) 

ຕາມທ່ານນາງ Stephanie Williams ແລ້ວ, ບັນດາຝ່າຍເຈລະຈາ ລີບີ ສາມາດສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໄດ້. ທ່ານນາງ Stephanie Williams ກໍ່ສະແດງຄວາມຫວັງວ່າ ບັນດາການເຈລະຈາຈະສິ້ນສຸດດ້ວຍຂໍ້ຕົກລົງວ່າດ້ວຍການຢຸດຍິງໃນໄລຍະຍາວ.

ບັນດາການເຈລະຈາກ່ອນນັ້ນຢູ່ Hurghada ເຊິ່ງໄດ້ດຳເນີນໃນທ້າຍເດືອນກັນຍາ ໄດ້ເຫັນປະຈັກຕາຂໍ້ຕົກລົງລະຫວ່າງ ບັນດາຝ່າຍຢູ່ ລີບີ ເພື່ອແນໃສ່ປ່ອຍນັກໂທດ ທັງໝົດ ແລະ ປົກປ້ອງບັນດາຮາກຖານ ນ້ຳມັນອາຍແກັດ ຂອງປະເທດ ລີບີ ເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວຜະລິດ ແລະ ສົ່ງອອກຜະລິດຕະພັນຍຸດທະສາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ